ລາບຊີ້ນງົວ

ແນະນໍາວິທີ ແລະ ຂັ້ນຕອນໃນການເຮັດລາບຊີ້ນງົວ

ຊີ້ນງົວຖືວ່າເປັນອາຫານທີ່ສຳຄັນສຳລັບງານລ້ຽງຕ່າງໆໃນຊົນນະບົດ, ໂດຍສະເພາະແມ່ນພິທີແຕ່ງງານ. ຄົນນິຍົມມັກນໍາມາເຮັດລາບໃນມື້ສໍາຄັນຕ່າງໆເຊັ່ນ: ມື້ປີໃໝ່, ງານບາສີສູ່ຂວັນ, ພິທີແຕ່ງງານ ເນື່ອງຈາກວ່າຄົນລາວມີຄວາມເຊື່ອວ່າ ກິນລາບໃນຊ່ວງເວລາດັ່ງກ່າວ ຈະມີໂຊກມີລາບຕະຫຼອດປີ.

ສ່ວນປະກອບ

  • ຊີ້ນງົວ 1 ກິໂລ
  • ຕັບງົວ 3 ຂີດ
  • ເຄື່ອງໃນງົວ 3 ຂີດ
  • ເພຍ, ບີ ນໍາໄປຕົ້ມໃຫ້ສຸກ (ເພື່ອໃຫ້ໄດ້ລົດຊາດຂົມ ປະລິມານແມ່ນຂຶ້ນກັບຜູ້ມັກ)
  • ຫອມປ້ອມ 5 ຕົ້ນ
  • ຫອມບົ່ວໃບ 5 ຕົ້ນ
  • ຫອມລາບ 1 ກຳມື (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
  • ເຂົ້າຂົ້ວ 2 ບ່ວງແກງ
  • ໝາກເຜັດດິບຊອຍ 1 ບ່ວງແກງ
  • ປາແດກສຸກ 1 ບ່ວງແກງ
  • ໝາກເຜັດປົ່ນ ເຄິ່ງບ່ວງແກງ

ວິທີປຸງແຕ່ງ

  1. ຊອຍຊີ້ນງົວ ບາງຄົນກໍຟັກ ຕາມໃຈມັກ
  2. ເອົາຊີ້ນງົວ, ຕັບ ແລະ ເຄື່ອງໃນງົວທີ່ກຽມໄວ້, ໝາກເຜັດຊອຍ ແລະ ເຂົ້າຂົ້ວ ມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ
  3. ຕາມດ້ວຍຫອມທີ່ກະກຽມໄວ້ ຄົນໃຫ້ເຂົ້າກັນ ຊິມເບິ່ງໃຫ້ໄດ້ລົດຊາດຕາມທີ່ຕ້ອງການ.

ແນະນຳ: ກິນກັບຜັກກາດຂິ້ວ, ຜັກຕິ້ວອ່ອນ, ໝາກແຕງ ແລະ ໝາກເຜັດອ່ອນ.

Share

Recent Stories