ປູນາ ເປັນສັດນ້ຳທີ່ພົບທົ່ວໄປຕາມທ້ອງນາເຊິ່ງມີການນຳໃຊ້ເປັນອາຫານມາຍາວນານແລ້ວ, ໂດຍສະເພາະແມ່ນອາຫານພື້ນບ້ານ ຊາວບ້ານນິຍົມຕໍາແຈ່ວປູ ບາຍເຂົ້າໜຽວຮ້ອນໆ ແຊບສຸດ
ເຄື່ອງປະສົມ
- ປູນາ 15 ຕົວ
- ໝາກເຜັດດິບ 2-5 ໜ່ວຍ
- ຫອມບົ່ວ
- ຫອມທຽມ
- ຂີງ ແລ້ວແຕ່ຜູ້ມັກ
- ເກືອໜຶ່ງບ່ວງຊາ
ວິທີປຸງແຕ່ງ
- ຈີ່ໝາກເຜັດ, ຫົວຫອມບົ່ວ, ຫອມທຽມ ແລະ ປູນາ ຈົນກວ່າຈະສຸກ (ປູນາຕ້ອງຈີ່ໃຫ້ສຸກແລ້ວແກະເອົາແຕ່ ອອງປູ)
- ຕຳຂີງ ແລະ ໝາກເຜັດ, ຫົວຫອມບົ່ວ ແລະ ຫອມທຽມພ້ອມໃສ່ເກືອ ຫຼັງຈາກນັ້ນໃສ່ອອງປູນາ ແລ້ວຕຳໃຫ້ລະອຽດ
- ຕັກໃສ່ຖ້ວຍ (ເພີ່ມນ້ຳໃສ່ໜ້ອຍໜຶ່ງ ຖ້າຫາກເນື້ອແຈ່ວແຫ້ງເກີນໄປ)