ສວນຄໍາເພັດ (Kham Phet Garden) ກໍ່ຕັ້ງຂຶ້ນໃນປີ 2000 ໂດຍພໍ່ຂອງມີມີ່ ມີເນື້ອທີ່ທັງໝົດ 18 ເຮັກຕາ. ເຊິ່ງໄດ້ຮັບແຮງບັນດານໃຈມາຈາກການໄປຢ້ຽມຢາມປະເທດໄທ ແລະ ເຫັນຄວາມຫຼາກຫຼາຍຂອງໝາກໄມ້. ໃນເວລານັ້ນ ປະເທດລາວນໍາເຂົ້າໝາກໄມ້ຈໍານວນຫຼາຍຈາກປະເທດໄທ, ສິ່ງນີ້ເປັນແຮງຈູງໃຈໃຫ້ລາວນໍາເອົາແນວພັນໝາກໄມ້ຫຼາຍຊະນິດມາປູກໃນສວນຂອງຕົນເອງ ເຊັ່ນ: ໝາກພຸກ, ໝາກເງາະ, ໝາກລະມຸດ, ໝາກລໍາໄຍ ແລະ ອື່ນໆ.
ໃນຊ່ວງເລີ່ມຕົ້ນທຸລະກິດ ອຸປະສັກທີ່ໃຫຍ່ທີ່ສຸດຄື ຄວາມຮູ້ທາງເຕັກນິກທີ່ຈໍາກັດ, ໂລກພະຍາດພືດ, ໄພພິບັດທາງທໍາມະຊາດ ແລະ ຕົ້ນທຶນການຜະລິດທີ່ສູງ ເພື່ອສຶບຕໍ່ອາຊີບຫຼັກຂອງຄອບຄົວໃຫ້ເຂັ້ມແຂງ, ມີມີ່ ພົມມະລີ (Mimi Phommaly) ໄດ້ເລືອກຮຽນດ້ານກະສິກໍາ ແລະ ໄດ້ສໍາເລັດການສຶກສາຈາກວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນປີ 2018. ຫຼັງຈາກຈົບການສຶກສາ ມີມີ່ໄດ້ເຂົ້າມາມີບົດບາດໃນການເຮັດສວນໝາກໄມ້ ເພື່ອຊ່ວຍສະໜັບສະໜູນທຸລະກິດຂອງຄອບຄົວ.
ສວນຄໍາເພັດໃຫ້ຄວາມສໍາຄັນຕໍ່ກັບກະສິກໍາຢ່າງຍືນຍົງ ແລະ ບໍ່ໃຊ້ສານເຄມີ ພ້ອມກັບການສົ່ງເສີມພັນພືດທ້ອງຖິ່ນ ແລະ ພືດພື້ນເມືອງ ບໍ່ພຽງແຕ່ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຍັງມີບົດບາດສໍາຄັນໃນການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນກະສິກໍາ. ດ້ວຍການປູກພືດພັນພື້ນເມືອງຫຼາກຫຼາຍ ແລະ ພັນພືດທີ່ປັບໂຕເໝາະກັບພື້ນທີ່, ສວນໄດ້ຊ່ວຍຮັກສາຄວາມຫຼາກຫຼາຍທາງພັນທຸກຳໃນກະສິກໍາລາວ, ເພີ່ມຄວາມອົດທົນຕໍ່ສັດຕູພືດ ແລະ ຄວາມປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງອະນຸລັກຄວາມຮູ້ດັ່ງເດີມກ່ຽວກັບເມັດພັນ ແລະ ວິທີການປູກ. ແນວທາງນີ້ຊ່ວຍໃຫ້ພັນພືດທ້ອງຖິ່ນ ບາງຊະນິດທີ່ຫາຍາກ ຫຼື ຖືກນໍາໃຊ້ຫນ້ອຍ ຍັງສາມາດດໍາລົງຢູ່ ແລະ ຍັງມີສ່ວນຮ່ວມໃນຄວາມຍືນຍົງໃນລະຍະຍາວ.
ໃນອະນາຄົດ, ມີມີ່ ແລະ ຄອບຄົວກໍາລັງວາງແຜນພັດທະນາສວນຄໍາເພັດໃຫ້ເປັນສະຖານທີ່ຝຶກອົບຮົມ ແລະ ການຮຽນຮູ້ ສໍາລັບຜູ້ທີ່ສົນໃຈການເຮັດກະສິກໍາຢ່າງຈິງຈັງ ພ້ອມທັງນໍາເອົາການລ້ຽງເຜິ້ງເຂົ້າມາເພື່ອສ້າງກິດຈະກໍາ ແລະ ປະສົບການການຮຽນຮູ້ເພີ່ມເຕີມໃຫ້ແກ່ຜູ້ເຂົ້າຢ້ຽມຢາມ.

Full name:
ມິມີ່ ພົມມາລີ
Date of Birth:
Place of Birth:
ParkOu Luangprabang
Current Residence:
Education:
ກະສິກໍາ
Current Profession:
ເຈົ້າຂອງສວນຄໍາເພັດ
Motto:


