ຈັນທະວອນ ພົມພັກດີ ແມ່ນນັກຄົ້ນຄວ້າລະດັບປະລິນຍາໂທ (PhD) ທີ່ ສູນເພື່ອການພັດທະນາແລະສິ່ງແວດລ້ອມ (CDE), ມະຫາວິທະຍາໄລເບີນ, ໃນສາຍວິທະຍາສາດພື້ນຖານ ແລະ ການພັດທະນາຢ່າງຍືນຍົງ. ຜ່ານການຮ່ວມງານກັບໂຄງການ ຊີວິດຈາກດິນ ໃນປະເທດລາວ (LFL), ໂດຍສະໜັບສະໜູນການຄຸ້ມຄອງທີ່ດິນ ແບບຍືນຍົງ ໂດຍການສ້າງຫຼັກຖານທາງດ້ານວິທະຍາສາດ ທີ່ສາມາດການຕັດສິນໃຈໃນຄວາມເປັນຈິງ.
ຫົວໃຈສໍາຄັນຂອງການຄົ້ນຄວ້າຂອງຈັນທະວອນ ຄືຄຳຖາມສຳຄັນທີ່ວ່າ: ເຮົາຈະປະເມີນຄຸນຄ່າຂອງສິ່ງທີ່ທໍາມະຊາດໃຫ້ໄດ້ແນວໃດ? ແລະ ອັນໃດແດ່ທີ່ຖືກເບິ່ງຂ້າມໄປເມື່ອຄຸນຄ່າຖືກກຳນົດແບບແຄບ? ຈັນທະວອນເນັ້ນການປະເມີນຄຸນຄ່າບໍລິການທາງດ້ານນິເວດວິທະຍາ, ໂດຍແບ່ງອອກເປັນກຸ່ມທີ່ຊັດເຈນເຊັ່ນ: ຄຸນຄ່າໃນການນໍາໃຊ້ (utilitarian values): ເຊັ່ນ: ອາຫານ, ລາຍໄດ້, ອາຊີບ. ຄຸນຄ່າທາງວັດທະນະທຳ (cultural values) ລວມທັງເຖິງລັກສະນະ, ການປະຕິບັດທາງຈິດວິທະຍາ ແລະ ຄວາມສຳພັນຂອງຊຸມຊົນຕໍ່ພື້ນທີ່ເຊັ່ນ: ປ່າສັກສິດ ແລະ ຄຸນຄ່າພາຍໃນທີ່ແທ້ຈິງ (intrinsic values): ຄຸນຄ່າຂອງລະບົບນິເວດທີ່ນອກເໜືອໄປຈາກການໃຊ້ປະໂຫຍດຂອງມະນຸດ. ແນວທາງນີ້ຊ່ວຍເຮັດໃຫ້ສາມາດສະແດງຜົນປະໂຫຍດທີ່ມັກຖືກເບີ່ງຂ້າມໃນການປະເມີນເສດຖະກິດດັ້ງເດີມ, ໂດຍຊ່ວຍປົກປ້ອງປ່າໄມ້ ແລະ ຊັບພະຍາກອນທາງທໍາມະຊາດອື່ນໆ ມາຢ່າງຍາວນານ.
ຜົນງານຂອງຈັນທະວອນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບປະເທດລາວ ເນື່ອງຈາກວ່າການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນມາພ້ອມກັບຄວາມກົດດັນທີ່ເພີ່ມຂຶ້ນຕໍ່ທີ່ດິນ ແລະ ລະບົບນິເວດຈາກການນໍາໃຊ້ພື້ນທີ່ໃຊ້ຊັບພະຍາກອນຢ່າງເຂັ້ມງວດ ເຊັ່ນ: ພະລັງງານນໍ້າ ໃນການຜະລິດເຂື່ອນ ແລະ ການກະເສດເຊິ່ງດ່ຽວເປັນສ່ວນຫຼາຍ ໂດຍການປະສົມປະສານວິທີການທາງວິທະຍາສາດທີ່ເຂັ້ມງວດບວກກັບຄວາມຮູ້ທ້ອງຖິ່ນ ແລະ ທັດສະນະຂອງຊຸມຊົນ ຈັນທະວອນເຮັດໃຫ້ເຫັນພາບຂອງການບໍລິການທາງລະບົບນິເວດຢ່າງຄົບຖ້ວນ ທັງດ້ານວັດຖຸ, ວັດທະນະທໍາ ແລະ ຄຸນຄ່າທາງທຳມະຊາດ ເພື່ອເຮັດໃຫ້ການກຳນົດນະໂຍບາຍ ແລະ ການຕັດສິນໃຈກ່ຽວກັບການນໍາໃຊ້ທີ່ດິນສາມາດສ້າງຄວາມສົມດູນລະຫວ່າງເປົ້າໝາຍການພັດທະນາ ແລະ ຄວາມຢືນຍົງທາງດ້ານນິເວດວິທະຍາ ແລະ ສັງຄົມໃນໄລຍະຍາວໄດ້ຫຼາຍຂຶ້ນ.

Full name:
ຈັນທະວອນ ພົມພັກດີ
Date of Birth:
Place of Birth:
Current Residence:
Education:
ກຳລັງສຶກສາ ປະລິນຍາຕີ
Current Profession:
ນັກຄົ້ນຄ້ວາ
Motto:


