ວິທີເຮັດຕົ້ມອື່ງໄຂ່

ເປັນອາຫານພື້ນບ້ານທີ່ຫາກິນໄດ້ງ່າຍ ແລະ ມີລົດຊາດທີ່ແຊບ

ອື່ງລັກສະນະມີຂະໜາດລຳຕົວຄ່ອນຂ້າງໃຫຍ່ຄວາມຍາວຈາກປາກເຖິງກົ້ນປະມານ 8 ຊມ, ລຳຕົວປ້ອມ, ຕາຂະໜາດນ້ອຍ, ຂາສັ້ນແຕ່ມີຂະໜາດໃຫຍ່, ສ່ວນປາຍຂອງຫົວຄ່ອນຂ້າງຕັດຊື່, ປາກຢູ່ດ້ານລຸ່ມຂອງຫົວ ແລະ ຜິວໜັງລຳຕົວເປັນຮອຍຊໍ້າ. ຄົນນິຍົມມັກເອົາມາປຸງແຕ່ງອາຫານໂດຍສະເພາະແມ່ນ ຕົ້ມສົ້ມອື່ງ

ວັດຖຸດິບ

  • ອື່ງໄຂ່ 5-8 ໂຕ
  • ຂ່າ 3-4 ປ່ຽງ
  • ຫົວສີໄຄ 1-2 ຫົວ
  • ໃບໝາກຂີ້ຫູດ 3-5 ໃບ
  • ຫອມບົ່ວ 2 ຫົວ
  • ໝາກເຜັດດິບ 2-3 ໜ່ວຍ
  • ຜັກຫອມປ້ອມ 2-3 ຕົ້ນ
  • ນ້ຳມະນາວ ຫຼື ນ້ຳມະຂາມປຽກ 1 ບ່ວງແກງ (ບາງຄົນໃສ່ໃບໝາກຂາມອ່ອນ)
  • ເກືອ ½ ບ່ວງກາເຟ
  • ແປ້ງນົວ 1 ບ່ວງກາເຟ
  • ນ້ຳສະອາດ 1 ລິດ

ວິທີເຮັດ

  • ລ້າງອື່ງດ້ວຍເກືອ ຫຼື ນ້ຳມະນາວ ເພື່ອລົດກິ່ນຄາວ ຕັດເປັນຕ່ອນພໍດີຄຳ
  • ຕັ້ງໝໍ້ໃສ່ນ້ຳ ຕົ້ມໃຫ້ເດືອດ ໃສ່ເກືອ, ແປ້ງນົວ
  • ໃສ່ຂ່າ, ຫົວສີໄຄ ແລະ ໝາກເຜັດທີ່ຊອຍໄວ້
  • ໃສ່ອື່ງລົງໄປຕົ້ມ ຈົນສຸກ ປະມານ 20-25 ນາທີ
  • ປຸງລົດຊາດດ້ວຍ ປາແດກ ຫຼື ນ້ຳປາ ແລະ ນ້ຳມະນາວ
  • ຊອຍຫອມບົ່ວ ແລະ ຜັກຫອມປ້ອມເປັນຕ່ອນນ້ອຍຕາມທີ່ຕ້ອງການແລ້ວໃສ່ໄປໃນໝໍ້ ຄົນທຸກຢ່າງໃຫ້ເຂົ້າກັນ
  • ຊິມລົດໃຫ້ອອກສົ້ມ ເຄັມ ແລະ ຫອມສະໝຸນໄພ

ເຄັດລັບ

  • ບາງຄົນຈະເອົານໍ້າຮ້ອນມາຫົດໃສ່ອືງເພື່ອລອກເອົາຢາງຂອງອື່ງອອກ
Share

Recent Stories