ອື່ງລັກສະນະມີຂະໜາດລຳຕົວຄ່ອນຂ້າງໃຫຍ່ຄວາມຍາວຈາກປາກເຖິງກົ້ນປະມານ 8 ຊມ, ລຳຕົວປ້ອມ, ຕາຂະໜາດນ້ອຍ, ຂາສັ້ນແຕ່ມີຂະໜາດໃຫຍ່, ສ່ວນປາຍຂອງຫົວຄ່ອນຂ້າງຕັດຊື່, ປາກຢູ່ດ້ານລຸ່ມຂອງຫົວ ແລະ ຜິວໜັງລຳຕົວເປັນຮອຍຊໍ້າ. ຄົນນິຍົມມັກເອົາມາປຸງແຕ່ງອາຫານໂດຍສະເພາະແມ່ນ ຕົ້ມສົ້ມອື່ງ
ວັດຖຸດິບ
- ອື່ງໄຂ່ 5-8 ໂຕ
- ຂ່າ 3-4 ປ່ຽງ
- ຫົວສີໄຄ 1-2 ຫົວ
- ໃບໝາກຂີ້ຫູດ 3-5 ໃບ
- ຫອມບົ່ວ 2 ຫົວ
- ໝາກເຜັດດິບ 2-3 ໜ່ວຍ
- ຜັກຫອມປ້ອມ 2-3 ຕົ້ນ
- ນ້ຳມະນາວ ຫຼື ນ້ຳມະຂາມປຽກ 1 ບ່ວງແກງ (ບາງຄົນໃສ່ໃບໝາກຂາມອ່ອນ)
- ເກືອ ½ ບ່ວງກາເຟ
- ແປ້ງນົວ 1 ບ່ວງກາເຟ
- ນ້ຳສະອາດ 1 ລິດ
ວິທີເຮັດ
- ລ້າງອື່ງດ້ວຍເກືອ ຫຼື ນ້ຳມະນາວ ເພື່ອລົດກິ່ນຄາວ ຕັດເປັນຕ່ອນພໍດີຄຳ
- ຕັ້ງໝໍ້ໃສ່ນ້ຳ ຕົ້ມໃຫ້ເດືອດ ໃສ່ເກືອ, ແປ້ງນົວ
- ໃສ່ຂ່າ, ຫົວສີໄຄ ແລະ ໝາກເຜັດທີ່ຊອຍໄວ້
- ໃສ່ອື່ງລົງໄປຕົ້ມ ຈົນສຸກ ປະມານ 20-25 ນາທີ
- ປຸງລົດຊາດດ້ວຍ ປາແດກ ຫຼື ນ້ຳປາ ແລະ ນ້ຳມະນາວ
- ຊອຍຫອມບົ່ວ ແລະ ຜັກຫອມປ້ອມເປັນຕ່ອນນ້ອຍຕາມທີ່ຕ້ອງການແລ້ວໃສ່ໄປໃນໝໍ້ ຄົນທຸກຢ່າງໃຫ້ເຂົ້າກັນ
- ຊິມລົດໃຫ້ອອກສົ້ມ ເຄັມ ແລະ ຫອມສະໝຸນໄພ
ເຄັດລັບ
- ບາງຄົນຈະເອົານໍ້າຮ້ອນມາຫົດໃສ່ອືງເພື່ອລອກເອົາຢາງຂອງອື່ງອອກ