ພືດສະໝຸນໄພບາງຊະນິດ ນອກຈາກຈະນໍາມາປຸງແຕ່ງອາຫານແລ້ວ ຍັງເປັນສ່ວນໜຶ່ງຂອງພູມປັນຍາທ້ອງຖິ່ນຂອງຄົນລາວ ທີ່ສືບຕໍ່ກັນມາຫຼາຍຮຸ່ນ ໂດຍນໍາພືດສະໝຸນໄພມາໃຊ້ເພື່ອຊ່ວຍຮັກສາສຸຂະພາບຕາມຄວາມຮູ້ພື້ນບ້ານ.
- ຂີງ: ມີຄວາມສໍາຄັນໃນການຍ່ອຍອາຫານ ເປັນຢາຂັບລົມ, ຫຼຸດແກ໊ດໃນກະເພາະ ແລະ ທ້ອງອືດ, ຮັກສາຫວັດ ແລະ ຊ່ວຍໃຫ້ຮ່າງກາຍອົບອຸ່ນ.
- ຂ່າ: ໃຊ້ດັບກິ່ນຄາວໃນອາຫານ ແລະ ອາຫານບໍ່ຍ່ອຍ, ເຈັບທ້ອງ, ຖອກທ້ອງ, ຮາກ ແລະ ຍັງບັນເທົາອາການກະວົນກະວາຍ ລວມທັງຮັກສາພະຍາດທາງຜິວໜັງໄດ້ອີກດ້ວຍ.
- ຫົວສີໄຄ: ນິຍົມໃຊ້ໃນຕົ້ມເປັນຊາ ຊ່ວຍໃຫ້ຜ່ອນຄາຍ ແລະ ໃຊ້ເຫງົ້າ ຫຼື ລຳຕົ້ນແກ່ ມາຕົ້ມດື່ມຈະຊ່ວຍໄລ່ລົມໃນລຳໄສ້ ຫຼື ມີອາການເຈັບທ້ອງ.
- ຂີ້ໝິ້ນ: ຂີ້ໝິ້ປະສົມກັບນ້ຳອຸ່ນ ອົມໄວ້ໃນປາກ ໃຊ້ຮັກສາເຫງືອກອັກເສບ ແລະ ອາການເຈັບແຂ້ວ ຫຼື ໃຊ້ປະສົມກັບເກືອທາບໍລິເວນໂຄນແຂ້ວທີ່ອັກເສບ.
- ອັນຊັນ: ນິຍົມເຮັດນ້ຳຊາດື່ມ ເພື່ອຊ່ວຍບຳລຸງສາຍຕາ, ແກ້ຕາອັບເສບ, ຕາຟາງ ໂດຍນິຍົມໃຊ້ຮາກຕົ້ນອັນຊັນຊະນິດດອກສີຂາວ. ນອກນນັ້ນຍັງມີສ່ວນຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍ.
- ໝາກຂາມ: ໃບໝາກຂາມຕົ້ມອາບປົວພະຍາດຜິວໜັງ: ຂີ້ຫິດ, ຂີ້ກາກ, ນໍ້າໝາກຂາມເປັນຢາລະບາຍອ່ອນໆ ແລະ ຊ່ວຍຊຸ່ມຄໍ
- ຜັກກະເດົາ: ມີລົດຂົມ, ດອກກະເດົາສາມາດຮັບະທານໄດ້ ໂດຍເກັບມາຮັບປະທານເປັນຜັກ, ທັງມີລິດຊ່ວຍບໍາລຸງເລືອກ ແລະ ຕ້ານເຊື້ອແບັດທິເລຍ.
- ຕົ້ນຣາຊາບີ: ເປັນສະໝຸນໄພທີ່ນິຍົມໃຊ້ເວລາເປັນຫວັດ ຫຼື ເຈັບຄໍ, ທັງຕົ້ນສົດ ຫຼື ແຫ້ງ ໃຊ້ເປັນຢາປົວຖອກທ້ອງ, ປົວລຳໄສ້ອັກເສບ.
ແຫຼ່ງຂໍ້ມູນ: https://www.rama.mahidol.ac.th/patient_care/th/health_issue/06082015-1153-th