6 ສຸດຍອດພືດສະໝຸນໄພຣົດຂົມ ທີ່ເປັນຢາ

ເຄີຍໄດ້ຍິນບໍຄຳເວົ້າທີ່ວ່າ ຫວານເປັນລົມຂົມເປັນຢາ

ສຸດຍອດພືດຜັກສະໝຸນໄພຣົດຂົມ 6 ຊະນິດ ເຊິ່ງເປັນພືດສະໝຸນໄພພື້ນບ້ານ ຫາໄດ້ງ່າຍແຕ່ອຸດົມໄປດ້ວຍຄຸນປະໂຫຍດ ໂດຍສະເພາະຄຸນຄ່າທາງການຢາ

  1. ຜັກກະເດົາ: ມີລົດຂົມ, ດອກກະເດົາສາມາດຮັບະທານໄດ້ ໂດຍເກັບມາຮັບປະທານເປັນຜັກ, ທັງມີລິດຊ່ວຍບໍາລຸງເລືອກ ແລະ ຕ້ານເຊື້ອແບັດທິເລຍ.
  2. ຕົ້ນຣາຊາບີ: ເປັນສະໝຸນໄພທີ່ນິຍົມໃຊ້ເວລາເປັນຫວັດ ຫຼື ເຈັບຄໍ, ທັງຕົ້ນສົດ ຫຼື ແຫ້ງ ໃຊ້ເປັນຢາປົວຖອກທ້ອງ, ປົວລຳໄສ້ອັກເສບ.
  3. ເຄືອເຂົາຮໍ: ໃຊ້ເປັນຢາແກ້ໄຂ, ແກ້ພະຍາດຜີວເຫຼືອງ, ປະດົງຂໍ່, ໂຣກບາດທະຍັກ, ທ້ອງຂີ້ຮາກ, ຂ້າແມ່ທ້ອງ ແລະ ເປັນຢາລົດລະດັບນໍ້າຕານໃນເລືອດ. ນອນນັ້ນສານສະກັດຈາກຮາກຂອງເຄືອເຂົາຮໍສາມາດນຳໃຊ້ເປັນຢາປາບສັດຕູພືດ.
  4. ໝາກແຄ້ງຂົມ: ໝາກສຸກ ແລະ ໝາກດິບມີຣົດຂື່ນສົ້ມຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດ, ນອກນັ້ນໝາກຍັງຊ່ວຍຮັກສາພະຍາດທາງໄຕ ແລະ ກະເພາະປັດສະວະອີກດ້ວຍ.
  5. ຜັກໄຊ່: ໃຊ້ປົວພະຍາດເບົາຫວານ, ປົວພະຍາດຜິວໜັງ, ປົວອາການໃຄ່ບວມ ແລະ ອາການ ການຕິດເຊື້ອ ເຊັ່ນ: ໄຂ້ຫວັດໃຫຍ່ ແລະ ພະຍາດໄຂ້ອອກຕຸ່ມ.
  6. ຜັກດາງຂົມ: ຍັງໃຊ້ເປັນຢາ ເຊັ່ນ: ເອົາໝົດຕົ້ນ ຕົ້ມນໍ້າດື່ມແກ້ຮ້ອນໃນ, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຫົວ.ນອກຈາກນັ້ນຫຍັງໃຊ້ຕໍາໂພະໃສ່ບາດແຜ່ ຫຼື ບໍລິເວນ ທີ່ມີອາການບວມຊໍ້າ ອັກເສບ.
Share

Recent Stories