June 22, 2026

ການປູກໝາກຖົ່ວງອກແຕ່ກ່ອນແມ່ນເພິ່ນໃຊ້ວິທີການຂຸດ ແລະ ເອົາໝາກຖົ່ວຂຽວມາຝັງ, ແລ້ວເອົາຊາຍຖົມ ແລະ ເອົາກະສອບປົກ. ແຕ່ປະຈຸບັນນີ້ແມ່ນເພິ່ນປູກໂດຍໃສ່ຖັງ, ຊາມ, ຄຸ ແລ້ວເອົາກະສອບປິດໄວ້. ການປູກໝາກຖົ່ວງອກແມ່ນເຮັດໄດ້ຕະຫຼອດປີ.
ຂັ້ນຕອນກະກຽມ
ວິທີເຮັດ:
1. ເອົາໝາກຖົ່ວຂຽວມາຕາກແດດ, ປະໄວ້ປະມານ 2 ຊົ່ວໂມງ
2. ນຳເອົາມາໝ່າໃສ່ນໍ້າເຢັນ(ຍາມຮ້ອນ), ຍາມໜາວໝ່າໃສ່ນໍ້າອຸ່ນ 4 – 6 ຊົ່ວໂມງ
3. ນຳເອົາຖົ່ວງອກທີ່ໝ່າມາລ້າງນໍ້າໜຶ່ງ
4. ແລ້ວຊະໃສ່ຊາຍທີ່ກຽມໄວ້ ຫຼື ຄົນ(ຊົງ)ເຂົ້າກັນ
5. ເຈາະກົ້ນກະປິດ, ເອົາດິນຊາຍລົງ, ເອົາໝາກຖົ່ວໂຮຍລົງ, ແລ້ວເອົາດິນຊາຍຖົມໜ້າໜ້ອຍໜຶ່ງ
6. ຫົດນໍ້າເຊົ້າແລງ,
7. ໃຊ້ເວລາ 3 ວັນ 2 ຄືນ ຈຶ່ງສາມາດຄ໊ວດໄດ້
8. ລ້າງຊາຍ ແລະ ເປືອກອອກ, ແລ້ວເອົາໄປຂາຍ
9. ໝາກຖົ່ວງອກມີ 2 ຊະນິດຄື:ຍາວ 2 ຄືນ ແຕ່ຝັງຍາມເຊົ້າ ແລະ ສັ້ນ 2 ຄືນ, ແຕ່ຝັງຍາມແລງ ແລະ ຕ້ອງຂົ່ມລົງ
ໃຫ້ແໜ້ນພໍດີ. ໃນໝາກຖົ່ວຂຽວ 1 ກິໂລສາມາດເຮັດໄດ້ໝາກຖົ່ວງອກ 3 – 4 ກິໂລ. (ຂຶ້ນກັບໃນໝາກຖົ່ວຂຽວ)
ວິທີເກັບຮັກສາ
ເກັບຮັກສາເມັດຖົ່ວທີ່ຕາກແຫ້ງໄວ້ບ່ອນທີ່ດີ, ເພື່ອເກັບໄວ້ກິນດົນເອົາໃສ່ຖົງຢາງໜາແໜ້ນ ໃສ່ຕູ້ເຢັນເກັບໄວ້ສູງສຸດ 2 – 3 ວັນ.
ແຫຼ່ງຂໍ້ມູນ: ການປູກຖົ່ວງອກ


