ຂັ້ນຕອນການປູກໝາກແຕງ

ເຕັກນິກ ແລະ ວິທີການປູກໝາກແຕ່ງ

ຄຸນປະໂຫຍດຂອງໝາກແຕງ

ໝາກແຕງເປັນຜັກທີ່ມີຄຸນປະໂຫຍດຕໍ່ຮ່າງກາຍເຊິ່ງເຮົາສາ ມາດນໍາມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ພ້ອມນັ້ນຍັງເປັນການສົ່ງ ເສີມການຜະລິດເພື່ອສ້າງລາຍໄດ້ນໍາອີກ

ຂັ້ນຕອນການປູກໝາກແຕງ

1. ຂຸດດິນແລ້ວທຸບໃຫ້ມຸ່ນ, ຄູນດິນເປັນຄູຂຶ້ນສູງປະມານ 2 ຄືບ ແລ້ວຊັວະ ໃຫ້ເປັນຮ່ອງ ເລິກປະມານ 10 ຊັງຕີແມັດ

2. ເອົາແກ່ນໝາກແຕງມາແຊ່ນໍ້າແລ້ວປະໄວ້ປະມານ 1 ຄືນຈາກນັ້ນ ມັນຈະແຕກໜໍ່ອອກມາ

3. ນໍາເອົາແກ່ນໝາກແຕງນັ້ນໄປປູກໃສ່ຮ່ອງທີ່ຂຸດໄວ້ ໂດຍໃສ່ 3-4 ແກ່ນຫ່າງກັນປະມານ 1 ຄືບແລ້ວເອົາແກບປົກໃສ່ 1 ກຳ ຫົດນໍ້າໃຫ້ ຊຸ່ມ

4. ເມື່ອເບ້ຍໝາກແຕງປົ່ງພົ້ນແກບຂຶ້ນມາໄດ້ໄລຍະໜຶ່ງແລ້ວ, ເຮົາກໍ ເອົາຂີ້ໄກ່ແຫ້ງມາໂຮຍໃສ່ພໍປະມານໂດຍຢາຍອ້ອມຫ່າງຈາກຕົ້ນປະ ມານ 1-2 ຂໍ້ມື (ຖ້າຝຸ່ນຂີ້ໄກ່ຖືກພືດໂດຍກົງມັນກໍຈະຕາຍງ່າຍ)

5. ການໃສ່ຝຸ່ນຂີ້ໄກ່ຕ້ອງໃສ່ເປັນໄລຍະ, ຖ້າສັງເກດວ່າໃສ່ແລ້ວໄລຍະໜຶ່ງ (ຫຼາຍມື້) ຕົ້ນໝາກແຕງຍັງບໍ່ທັນໃຫຍ່ກໍໃຫ້ໃສ່ຕື່ມອີກ

6. ໃນເມື່ອໝາກແຕງຫາກປົ່ງໃບໄດ້ປະມານ 3-4 ໃບແມ່ນເຮົາຈະໄດ້ ເຮັດຄັງໃສ່ເພື່ອບໍ່ໃຫ້ເຄືອໝາກແຕງເລືອໄປຕາມພື້ນດິນ

ຫຼັກການທີ່ສໍາຄັນ

ການໃຊ້ຜ້າຫໍ່ແກ່ນໝາກແຕງແມ່ນເພື່ອເຮັດໃຫ້ແກ່ນໝາກ ແຕງຊຸ່ມພ້ອມນັ້ນຍັງເຮັດໃຫ້ອຸ່ນຫະພູມເພີ່ມຂື້ນພາໃຫ້ແກ່ນໝາກແຕງ ງອກໄວ

ແຫຼ່ງຂໍ້ມູນ: ຄວາມຮູ້ພູມປັນຍາທ້ອງຖິ່ນ ການປູກໝາກແຕງ (ຂີ້ໄກ່)

Share

Recent Stories