July 1, 2026

ທ່ານຮູ້ຫລືບໍ ນັກຄົ້ນຄວ້າລາວສາມາດຄົ້ນພົບແລະຈົດຊື່ຊະນິດປາຜັ່ນທີ່ມີ ແຕ່ສະເພາະໃນລາວ
ນັບແຕ່ປີ 1999 ຈົນເຖິງປະຈຸບັນ, ສູນຄົ້ນຄວ້າການປະມົງ ຮ່ວມກັບ ຄະນະກຳມະການແມ່ນ້ຳຂອງ (MRC) ແລະ ນັກວິຊາການຈາກຫຼາຍປະເທດ ໄດ້ດຳເນີນການສຶກສາຄົ້ນຄວ້າຊະນິດພັນປາໃນອ່າງແມ່ນ້ຳຂອງ ແລະ ສາຂາຕ່າງໆ ຂອງແມ່ນ້ຳຂອງ.
ຜົນການສຶກສາພົບວ່າ ອ່າງແມ່ນ້ຳຂອງມີປາປະມານ 1,000–1,200 ຊະນິດ. ໃນນັ້ນ ມີປາຜັ່ນ (ສະກຸນ Schistura) ຫຼາຍຊະນິດທີ່ໄດ້ຮັບການຄົ້ນພົບເປັນຊະນິດໃໝ່ຂອງໂລກ.
ເປັນທີ່ໜ້າພູມໃຈວ່າ ບາງຊະນິດໄດ້ຮັບການຕັ້ງຊື່ເພື່ອເປັນກຽດແກ່ນັກຄົ້ນຄວ້າລາວ ແລະ ສະຖານທີ່ຄົ້ນພົບ ໄດ້ແກ່:
ການຄົ້ນພົບເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຄວາມຫຼາກຫຼາຍທາງຊີວະນານາພັນໃນ ສປປ ລາວ ແລະ ບົດບາດສຳຄັນຂອງນັກຄົ້ນຄວ້າລາວໃນການສຶກສາ ແລະ ອະນຸລັກຊັບພະຍາກອນສັດນ້ຳຂອງປະເທດ.
ແຫຼ່ງຂໍ້ມູນ: ສູນຖ່າຍທອດຂໍ້ມູນ


