ແຈ່ວໜໍ່ຂ່າ

ແຈ່ວທີ່ມີລົດຊາດເຜັດຫອມ ມີກິ່ນຂ່າທີ່ເປັນເອກະລັກ

ແຈ່ວໜໍ່ຂ່າເປັນແຈ່ວລົດຊາດເຜັດຫອມ ມີກິ່ນຂ່າເປັນເອກະລັກ ກິນກັບເຂົ້າໜຽວ, ຜັກລວກ ຫຼື ຜັກສົດກໍແຊບ.
ສ່ວນປະກອບ

  • ໜໍ່ຂ່າ 10-15 ຍອດ
  • ໝາກເຜັດດິບ 3-5 ໜ່ວຍ (ປັບຕາມຄວາມເຜັດ)
  • ຫອວບົ່ວ   2-3 ຫົວ
  • ເກືອ 1/2 ບ່ວງກາເຟ
  • ຜົງປຸງລົດ 1/2 ບ່ວງກາເຟ

ວິທີປຸງແຕ່ງ

  1. ນໍາເອົາໜໍ່ຂ່າ, ຫອມບົ່ວ ແລະ ໝາກເຜັດດິບໄປປີ້ງ (ຈີ່) ໃຫ້ສຸກ
  2. ນຳຂ່າມາເອົາເປືອກອອກແລ້ວນໍາໄປຊອຍເປັນຕ່ອນບາງໆ ເພື່ອໃຫ້ຕໍາງ່າຍ.
  3. ນຳຂ່າທີ່ປີ້ງແລ້ວມາຕຳໃຫ້ລະອຽດ ຈາກນັ້ນໃສ່ໝາກເຜັດດ ຫອມບົ່ວຕຳໃຫ້ເຂົ້າກັນ.
  4. ໃສ່ເກືອ ແລະ ຜົງປຸງລົດລົງໄປ. ຖ້າແຈ່ວແຫ້ງເກີນໄປ ໃຫ້ຕື່ມນ້ຳຕົ້ມສຸກເລັກນ້ອຍ ແລ້ວຕຳໃຫ້ເຂົ້າກັນ. ສຸດທ້າຍໃສ່ຜັກຫອມປ້ອມ ຫຼື ຜັກບົ່ວຊອຍ.
Share

Recent Stories