ແກງປາໃສ່ສົ້ມປ່ອຍ

ແກງປາໃສ່ຜັກສົ້ມປ່ອຍ ພືດຜັກພື້ນບ້ານ

ສ່ວນປະກອບ

  • ປາ  0,5 ກິໂລ
  • ຜັກສົ້ມປ່ອຍ  5-10 ຍອດ
  • ຫົວສີໄຄ 1-2 ຕົ້ນ
  • ໝາກເຜັດດິບ 3-5 ໜ່ວຍ
  • ຫອມບົວແດງ 2-3 ຫົວ
  • ເກືອ 1/2 ບ່ວງກາເຟ
  • ຜົງປຸງລົດ 1 ບ່ວງກາເຟ
  • ນໍ້າສະອາດ 1 ລິດ

ວິທີປຸງແຕ່ງ

  1. ຕົ້ມນໍ້າໃຫ້ຟົດ ໃສ່ ຫົວສີໄຄ, ຫອມບົວແຫ້ງ, ໝາກເຜັດດິບ ລົງໄປກ່ອນ.
  2. ຫຼັງຈາກນັ້ນຈື່ງໃສ່ປາລົງໄປ ຕົ້ມໄປປະມານ 30 ຫາ 45 ນາທີ ເຫັນວ່າປາສຸກດີແລ້ວ ກໍ່ປຸງລົດຊາດຕາມໃຈມັກໃສ່ເກືອ, ຜົງປຸງລົດລົງໄປ.
  3. ແລ້ວຕາມດ້ວຍຜັກສົ້ມປ່ອຍລົງໄປ ຊີມເບິ່ງວ່າໄດ້ລົດຊາດຕາມທີ່ຕ້ອງການແລ້ວບໍ.
Share

Recent Stories