February 27, 2026

ຄົນທີ່ເປັນພະຍາດເບົາຫວານອາດຈະບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຮູ້ບໍວ່າຄົນທີ່ເປັນພະຍາດເບົາຫວານສາມາດມີສຸຂະພາບທີ່ດີໄດ້ ຖ້າຮຽນຮູ້ກ່ຽວກັບພະຍາດ, ເບິ່ງແຍງ ແລະ ປິ່ນປົວສຸຂະພາບໃຫ້ດີ ສິ່ງທີ່ສຳຄັນທີ່ສຸດຄືອອກກຳລັງກາຍໃຫ້ສະໝໍ່າສະເໝີ ແລະ ຮັບປະທານອາຫານທີ່ປະໂຫຍດ. ບາງກໍລະນີກໍອາດຕ້ອງໃຊ້ຢາປິ່ນປົວ.
ສຳລັບການປິ່ນປົວແບບພື້ນບ້ານກໍຈະນິຍົມການຮັບປະທານພືດສະໝຸນໄພ ທີ່ມີສ່ວນຊ່ວຍໃນການປິ່ນປົວພະຍາດເບົາຫວານ ເຊິ່ງພືດສະໝຸນໄພເຫຼົ່ານັ້ນປະກອບດ້ວຍ:
ເຖິງຢ່າງໃດກໍຕາມ ການຮັກສາຕາມພືດສະໝຸນໄພພື້ນບ້ານ ແມ່ນຂຶ້ນຢູ່ກັບລັກສະນະອົງປະກອບຂອງແຕ່ລະບຸກຄົນ ໂດຍວິທີການຮັກສາຈະເປັນການປັບໃຫ້ຮ່າງກາຍກັບສູ່ຄວາມສົມດຸນ ຊຶ່ງໝາຍຄວາມວ່າການເລືອກຢາ ຫຼື ສະໝຸນໄພກໍຂຶ້ນຢູ່ກັບຄວາມເໝາະສົມກັບບຸກຄົນເຊັ່ນດຽວກັນ ດັ່ງນັ້ນຖ້າຫາກໃຜຄົນໃດຄົນໜຶ່ງກິນແລ້ວເກີດຜົນ ແຕ່ບາງຄົນບໍເກີດຜົນຫຍັງນັ້ນກໍບໍ່ແມ່ນເລື່ອງແປກ ດັ່ງນັ້ນການປັບປ່ຽນພຶດຕິກຳໃຫ້ເໝາະສົມ ຫຼີກລ່ຽງພືດຕິກຳທີ່ກໍ່ໃຫ້ເກີດຄວາມສ່ຽງ ນັ້ນຈຶ່ງເປັນສິ່ງທີ່ຄວນທີ່ສຸດ


