ນາງ ບົວສະນິດ (ນົກ) ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ ໄດ້ກໍ່ຕັ້ງຂື້ນໃນປີ 2023 ດ້ວຍພາລະກິດທີ່ຊັດເຈນ ຄື ການຫຼຸດຜ່ອນຂີ້ເຫຍື້ອທາງກະສິກໍາ ໂດຍການນໍາໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ໃນຖານະເປັນຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນອາຫານ, ບໍລິສັດໄດ້ກ້າວຂ້າມການຄ້າແບບດັ້ງເດີມ ແລະ ຍັງນໍາເອົາ “ກ້ວຍ” ຊຶ່ງເປັນໝາກໄມ້ທີ່ມີຫຼາຍໃນພາກພື້ນ ມາແປຮູບເປັນຜະລິດຕະພັນເພື່ອເພີ່ມມູນຄ່າໃຫ້ສູງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຫຼາຍຮູບແບບ.
ແນວຄິດທາງທຸລະກິດນີ້ເກີດຂຶ້ນຈາກບ້ານເກີດຂອງນົກ ເນື່ອງຈາກວ່າມີຕົ້ນກ້ວຍເປັນຈໍານວນຫຼາຍ ແຕ່ຕົ້ນກ້ວຍສ່ວນຫຼາຍຖືກປະໄວ້ໂດຍບໍ່ໄດ້ນໍາໃຊ້. ຈາກທີ່ເບິ່ງຕົ້ນກ້ວຍທີ່ເຫຼືອ ແລະ ໃບກ້ວຍຕ່າງໆເຄີຍເປັນຂີ້ເຫຍື້ອ, ນົກກັບເຫັນເປັນໂອກາດໃນການອອກແບບ ທຸລະກິດແບບໝຸນວຽນ ແລະ ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ກ້ວຍທຸກສ່ວນມີມູນຄ່າສູງສຸດ.
ບໍລິສັດ ຄູນເຂົ້າ ຈໍາກັດ ນໍາໃຊ້ກ້ວຍໃນການຜະລິດອາຫານ ແລະ ຂອງວ່າງເພື່ອສຸຂະພາບ ພ້ອມທັງສະກັດເສັ້ນໃຍຈາກຕົ້ນກ້ວຍເພື່ອນໍາໄປໃຊ້ໃນຜະລິດຕະພັນ ແລະ ເຄື່ອງຈັກ. ສ່ວນທີ່ເຫຼືອຈາກການຜະລິດກໍຖືກນໍາກັບມາໃຊ້ໃໝ່, ນ້ໍາທີ່ໄດ້ຈາກການສະກັດເສັ້ນໃຍ ຖືກນໍາໄປຜະລິດເປັນປຸ໋ຍອິນຊີ ແລະ ຮາກກ້ວຍຖືກນໍາໄປແປຮູບເປັນແປ້ງ ເພື່ອໃຊ້ໃນການເຮັດເສັ້ນເຂົ້າປຽກ.
ດ້ວຍການເບິ່ງເຫັນຕົ້ນກ້ວຍເປັນຊັບພະຍາກອນທັງຕົ້ນ ແທນທີ່ຈະເປັນພືດທີ່ນໍາໃຊ້ພຽງຄັ້ງດຽວ, ບໍລິສັດຈຶ່ງສາມາດຫຼຸດຜ່ອນຂີ້ເຫຍື້ອໄດ້ເກືອບຈະເປັນສູນ. ຜົນທີ່ໄດ້ຮັບຄື ລະບົບຫຼຸດຜ່ອນຂີ້ເຫຍື້ອໄດ້ຈິງ ຊຶ່ງຊ່ວຍສ້າງໂອກາດທາງເສດຖະກິດໃໝ່ໆ, ສະໜັບສະໜູນຊຸມຊົນ ແລະ ປົກປ້ອງສິ່ງແວດລ້ອມ.

Full name:
ນາງ ບົວສະນິດ (ນົກ)
Date of Birth:
Place of Birth:
Current Residence:
Education:
Current Profession:
ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ
Motto:


