ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.

– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.

ແຜນທີ່ກະສິກຳ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.

ຄູ່ມື ການວາງແຜ່ນ, ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນ ກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມຂັ້ນບ້ານ.

ປື້ມຄູມື (Manual) ວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ສະບັບນີ້ ມີຊື່ພາສາອັງກິດວ່າ: Participatory Forest and Agriculture Land Use Planning, Allocation and Management ແລະ ມີຊື່ຫຍໍ້ວ່າ “P-FALUPAM” ຖືກສ້າງຂື້ນ ໂດຍອິງໃສ່ ຂໍ້ຕົກລົງ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ່ 7838/ກຊສ. ລົງວັນທີ່ 09 ພະຈິກ 2012, ວ່າດ້ວຍການປັບປຸງປຶ້ມຄູ່ມື ວາງແຜນນໍາໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ ແລະ ກຸ່ມບ້ານພັດທະນາ (ParticipatoryAgriculture and Forest LandUse Planning atVillage and Village Cluster […]

ຕົ້ນໄມ້ເປັນຢາບາງຊະນິດຢູ່ລາວ

ໃນປະຈຖບັນການນຳໃຊ້ຢາທີ່ຜະລິດຈາກທາດເຄມີສັງເຄາະມີຜົນສະທ້ອນບໍ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມໃຊ້, ສະນັ້ນ ຈິ່ງເຮັດໃຫ້ຄົນທົ່ວໂລກໂດຍສະເພາະໃນບັນດາປະເທດອຸດສາຫະກຳຂະຫຍາຍຕົວຫັນມາໃຫ້ຄວາມສົນໃຈແກ່ການນຳໃຊ້ຢາຊຶ່ງຜະລິດຈາກຕົ້ນໄມ້ທຳມະຊາດ

ຫຼັກສູດທ້ອງຖິ່ນ ເລື່ອງ: ຄວາມຮູ້ ແລະຄວາມສໍາຄັນຂອງຊີວະນາໆພັນ. ສໍາລັບຊັ້ນປະຖົມສຶກສາ ປີທີ 4-5.

ຫຼັກສູດທ້ອງຖິ່ນສະບັບນີ້ໄດ້ຖືກສ້າງຂື້ນໂດຍການຮ່ວມມືຈາກຫຼາຍພາກສ່ວນເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ພູກູດ, ຄູສອນ ແລະ ຊຸມຊົນຢູ່ໃນກຸ່ມບ້ານເປົ້າໝາຍຂອງເມືອງພູກູດ, ໂດຍໄດ້ຮັບການ ສະໜັບສະໜູນຈາກໂຄງການພັດທະນາລະບົບການຜະຫຼິດແບບນິເວດກະສິກຳ ຢູ່ເຂດ ພູດອຍພາກເໜືອຂອງ ສ.ປ.ປ ລາວ (TABI)

ສົ່ງເສີມການຜະລິດໄຄແຜ່ນໃນແຂວງຫຼວງພະບາງ

ໄຄເປັນອາຫານທີ່ສຳຄັນຂອງຄົນ ແລະ ສັດກິນພືດໃຫຍ່-ນ້ອຍ, ລວມໄປເຖິງຈຸລິນຊີທີ່ມີໜ້າທີ່ຍ່ອຍສະຫລາຍສິ່ງມີຊີວິດທີ່ຕາຍລົງ, ດັ່ງນັ້ນແລ້ວໄຄຈຶ່ງມີຄວາມສໍາຄັນຕໍ່ຕ່ອງໂສ້ອາຫານ ແລະ ຕໍ່ລະບົບນິເວດວິທະຍາ. ໄຄດິບພົບວ່າໄຄມີສານອາຫານເປັນປະໂຫຍດຕໍ່ຮ່າງກາຍໃນປະລິມານສູງ ເຊັ່ນ ມີປະລິມານທາດໂປຼຕີນສູງຄືກັບທີ່ພົບໃນປານໍ້າຈືດ, ລວມເຖິງມີເສັ້ນໃຍອາຫານ, ວິຕາມິນ ແລະ ແຮ່ທາດຫຼາຍຄືກັບຜັກໃບຂຽວ. ໄຄແຕ່ລະສາຍພັນມີຊື່ເອີ້ນຕ່າງກັນອີງຕາມທ້ອງຖິ່ນແຕ່ໂດຍລວມແລ້ວເປັນການເອີ້ນຊື່ອີງຕາມລັກສະນະທາງກາຍະພາບ ເຊັ່ນ ໄຄໝື່ນ, ໄຄຊາ, ໄຄໄໝ ເປັນຕົ້ນ. ການໄຫຼຂອງນໍ້າ, ອຸນຫະພູມ ແລະ ຄວາມຂຸ່ນຂອງນໍ້າມີຜົນຕໍ່ການຈະເລີນເຕີບໂຕຂອງໄຄຫຼາຍກ່ວາປັດໄຈທາງເຄມີ.

ການອະນຸລັກປ່າເຫັດທຳມະຊາດໃນແຂວງຫຼວງພະບາງ

ເຫັດທຳມະຊາດແມ່ນ ຜະລິດຕະພັນເຄື່ອງປ່າຂອງດົງຈາກທຳມະຊາດ ທີ່ປະຊາຊົນໃນທ້ອງຖິ່ນຫາກິນໄດ້ງ່າຍຕາມລະດູການ, ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍ ໃນແຕ່ລະປີໃນຊ່ວງລະດູເຫັດອອກ, ຍັງເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ແລະ ມີຄວາມສຳຄັນຕໍ່າງກາຍ. ຖ້າຮັກສາປ່າເຫັດໄວ້ໃຫ້ ອຸດົມສົມບູນ ຜົນຜະລິດເຫັດຕາມທຳມະຊາດກໍ່ຈະໄດ້ຫຼາຍ, ເຊິ່ງສາມາດພົບເຫັນ ຕາມຕະຫຼາດທ້ອງຖິ່ນໃນຊ່ວງລະດູຝົນຈຳນວນຫຼາຍ ແລະ ຫຼາກຫຼາຍຊະນິດ.

ການສົ່ງເສີມຜະລິດຊາໃນແຂວງຫຼວງພະບາງ

ຊາປ່າເປັນໄມ້ຢືນຕົ້ນສູງ ຖ້າຢູ່ໃນທຳມະຊາດ,ໂດຍມີຊື່ວິທະຍາສາດວ່າ Camellia sinensis var. assamica ເຊິ່ງເປັນຊາທຳມະຊາດທີ່ພົບໃນເຂດເນີນສູງຂອງລາວ. ຊາຊ່ວຍເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍຂອງຄົນເຮົາ, ປ້ອງກັນມະເຮັງສາມາດຊ່ວຍປ້ອງກັນຂໍ້ອັກເສບ, ສາມາດຊ່ວຍຕ້ານໄຂ້ຫວັດໃຫຍ່, ຊ່ວຍປ້ອງກັນການຕິດເຊື້ອ. ຊາຍັງເປັນສັນຍາລັກເຖິງຄວາມອຸດົມສົມບູນຂອງປ່າ. ນອກນັ້ນຍັງສາມາດປູກປະສົມປະສານກັບພືດຊະນິດອື່ນໄດ້ດີ.