ການທົດລອງປູກຂີງດຳປະສົມປະສານພືດະສິກຳ

ກິດຈະກ ຳປູກຂີງດ ຳຮ່ວມກັບປະຊາຊົນ ທີ່ເມືອງໂພນໄຊ, ແຂວງຫຼວງພະບາງແມ່ນກິດຈະກ ຳໜຶ່ງຂອງໂຄງການຍ່ອຍຄົ້ນ ຄ້ວາປ່າໄມ້. ເຂົ້າຮ່ວມກິດຈະກ ຳນີ້ມີ 2 ບ້ານ ແລະ 5 ຄອບຄົວຄື: ບ້ານທ່າໂພ ມີ 3 ຄອບຄົວ ແລະ ບ້ານຫ້ວຍມະຫາ ມີ 2 ຄອບຄົວ. ກິດຈະກ ຳດັ່ງກ່າວໄດ້ປະຕິບັດເປັນເວລາ 7 ເດືອນ ເຊິ່ງໄດ້ເລີ່ມລົງມືປູກແຕ່ ວັນທີ 14/6/04 – 18/1/05 ແມ່ນ ໄດ້ເກັບກູ້ຜົນຜະລິດຕາມລະດູການ. ຈຸດປະສົງຂອງກິດຈະກ ຳແມ່ນເພື່ອຍົກສະມັດຕະພາບຮັບປະກັນການມີຢູ່ມີກິນ, ສ້າງ ລາຍຮັບເສີມໃຫ້ແກ່ຄອບຄົວ, ຊ່ວຍຫຼຸດຜ່ອນຄວາມທຸກຍາກ, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຊຸກຍູ້ວຽກ ງານການຜະລິດໃຫ້ສູງຂຶ້ນກາຍເປັນສິນຄ້າ. ການຈັດຕັ້ງປະຕິບັດແມ່ນໄດ້ປະສານງານກັນກັບສູນຄົ້ນຄ້ວາກະສິກ ຳແລະປ່າ ໄມ້ພາກເໜືອ ໂດຍມີຜູ້ປະສານງານງານຂອງໂຄງການຊີດາປະຈ ຳເມືອງໂພນໄຊເປັນຜູ້ຮ່ວມລົງປະຕິບັດຕົວຈິງກັບຄອບ ຄົວ ເປົ້າໝາຍຂອງໂຄງການ.

ບົດຮຽນການກຽມເຫງົ້າໄມ້ສັກໄປປູກ

ໃນປະຈຸບັນການປູກໄມ້ສັກແມ່ນເປັນຂະບວນການທີ່ກ້ວາງຂວາງ ແລະແພ່ຫລາຍໃນທົ່ວປະເທດ ໂດຍສະເພາະແມ່ນ ແຂວງພາກເໜືອ. ຈຸດ ປະສົງຫລັກ ຂອງການປູກໄມ້ສັກ ກໍ່ເພື່ອຮັບໃຊ້ເຂົ້າໃນການປຸກສ້າງ ທີ່ພັກ ອາໄສ, ເຄື່ອງຮັບໃຊ້ພາຍໃນຄົວເຮືອນ, ຂາຍເປັນເສດຖະກິດຂອງຄອບຄົວ ແລະເພື່ອຮັບປະກັນສິດໃນການນໍາໃຊ້ທີ່ດິນ. ສະນັ້ນເພື່ອຮັບປະກັນໃຫ້ສວນ ປູກໄມ້ສັກມີການຈະເລີນເຕີບໂຕດີນັ້ນ, ເທົ້ງາທີ່ນໍາມາປູກກໍ່ເປັນບັນຫາສໍາ ຄັນສໍາລັບຊາວກະສິກອນທີ່ມີຄວາມສົນໃຈປູກໄມ້ສັກ ເພາະການປູກໄມ້ສັກ ດ້ວຍເຫງົ້າເປັນວິທີທີ່ປູກງ່າຍ ມີຄວາມສະດວກດີ ເສຍຄ່າໃຊ້ຈ່າຍໜ້ອຍ ແລະ ຍັງເຮັດໃຫ້ຕົ້ນໄມ້ສັກ ມີການຈະເລີນເຕີບໂດດີ, ເພາະໃນເຫງົ້າສັກມີ ການສະສົມທາດອາຫານໄວ້ສໍາລັບການຈເລີນເຕີບໂຕ ( ກົມປ່າໄມ້, ພ.ສ 2539).

ການປູກໄມ້ສັກຂະໜາດນ້ອຍໃນແຂວງຫຼວງພະບາງເປັນທາງເລືອກໜຶ່ງໃຫ້ແກ່ກະສິກຳປະສົມປະສານ

ສະພາບພູມສັນຖານໃນເຂດພູດອຍ, ມີພື້ນຖານໂຄງລ່າງ ທີ່ຍັງບໍ່ທັນໄດ້ມີການພັດທະນາເທົ່າທີ່ຄວນ, ຂໍ້ຈ ຳກັດທາງ ດ້ານຄວາມຕ້ອງການຂອງການຕະຫຼາດ ແລະ ການປັບຕົວທີ່ຊັກຊ້າຂອງຊາວກະສິກອນຕໍ່ກັບເຕັກໂນໂລຍີໃໝ່ ກໍ່ຍັງ ບໍ່ຢູ່ໃນທ່າກ້າວທີ່ວ່ອງໄວ, ແຕ່ແນວໃດກໍ່ຕາມ, ການປູກໄມ້ສັກ ໂດຍຊາວໄຮ່ ໄດ້ມີການຂະຫຍາຍຕົວຢ່າງໄວວາ ເລີ້ມ ຕົ້ນແຕ່ປີ 1998 ເປັນຕົ້ນມາ. ເຖີງແມ່ນວ່າຈະເປັນການສ້າງລາຍຮັບສູງ ແລະ ການມີຄວາມພ້ອມຂອງຂາວກະສິກອນ, ແຕ່ຜົນໄດ້ຮັບຈາກການປູກໄມ້ສັກກໍ່ ຍັງມີຂໍ້ຈຳກັດ

ການຜະລິດແນວພັນຜັກອິນຊີ

ການປູກພຶດອີນຊີໃນລາວ ຍັງມີຂໍ້ຈ ຳກັດ ເນື່ອງຈາກວ່າ ເມັດພັນຜັກ ແລະ ວັດສະດຸ ອຸປະ ກອນ ແມ່ນມາຈາກ ປະເທດໄທ, ຈີນ ແລະ ອື່ນໆ ຈື່ງມີຄ່າໃຊ້ຈ່າຍສູງ ແລະ ມີຂະບວນການໃນການ ນ ຳເຂົ້າທີ່ຍາກ ສົ່ງຜົນຜັກຢູ່ໃນລາວມີລາຄາທີ່ສູງ. ປັດຈຸບັນ, ເມັດພັນຜັກພື້ນເມືອງ ໃນລາວເລີ່ມ ຫາຍໄປເຊັ່ນ: ເມັດພັນຫອມປ້ອມ, ເມັດພັນສາ ລີ, ເມັດພັນຜັກກາດ, ໝາກແຕງ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງມີການເກັບເມັດພັນຜັກອີນຊີໃນຫລວງ ພະບາງຂື້ນ ເພື່ອຜະລິດຈ ຳຫນ່າຍ ແລະ ຮັກສາ ແນວພັນພື້ນເມືອງ.

ການຜະລິດແນວພັນໝາກມະລະ

ຂັ້ນຕອນການຜະລິດແນວພັນໝາກມະລະ: 1. ການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ການປູກລົງໜານ 4. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 5. ຂັ້ນຕອນການເກັບແກ່ນພັນ ແລະ ເກັບຮັກສາ

ການຜະລິດແນວພັນໝາກເຂືອ

ຂັ້ນຕອນການຜະລິລິດແນວພັນໝາກເຂືອ: 1. ການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ຂັ້ນຕອນປູກລົງໜານ 4. ການດູແລຮັກສາ, ການໃຫ້ນ້ຳ ແລະ ສານອາຫານ 5. ຂັ້ນຕອນການເກັບແນວພັນ 6. ການເກັບຮັກສາແນວພັນ

ການຜະລິດແນວພັນຜັກກວງຕູ້ງ

ຂັ້ນຕອນການຜະລິດແນວພັນຜັກກວງຕຸ້ງ: 1. ການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ການປູກລົງໜານ 4. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 5. ຂັ້ນຕອນການເກັບແກ່ນພັນ ແລະ ເກັບຮັກສາ

ການຜະລິດແນວພັນຫອມປ້ອມ

ຂັ້ນຕອນການຜະລິດແນວພັນຫອມປ້ອມ: 1. ການກ້າເບ້ຍ 2. ການກຽມໜານ ແລະ ດິນ 3. ການປູກລົງໜານ, ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 4. ຂັ້ນຕອນການເກັບແກ່ນພັນ ແລະ ເກັບຮັກສາ

ການຜະລິດແນວພັນໝາກນອດ

ຂັ້ນຕອນການຜະລິດແນວພັນໝາກໜອດ: 1. ການກ້າເບ້ຍ 2. ການກຽມດິນ ແລະ ປູກ 3. ການຕັກແຕ່ງເຄືອ 4. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 5. ຂັ້ນຕອນການເກັບແກ່ນພັນ 6. ການເກັບຮັກສາແກ່ນພັນ

ການຜະລິດແນວພັນໝາກແຕງ

ຂັ້ນຕອນການຜະລິດແນວພັນຜັກໝາກແຕງ: 1. ການກ້າເບ້ຍ 2. ການກຽມດິນ ແລະ ການປູກລົງໜານ 3. ການເບິ່ງແຍງຮັກສາ, ໃຫ້ນ້ຳ ແລະ ສານອາຫານ 4. ຂັ້ນຕອນການເກັບແກ່ນພັນ ແລະ ເກັບຮັກສາແນວພັນ