Skip to content
ລາວ
English
Facebook-f
Youtube
X-twitter
Envelope
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
X
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ຊະນິດພັນ
ນັກຊີວະນາໆພັນກະສິກຳຕົວແບບ
ຫໍສະໝຸດ
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
ກ່ຽວກັບພາເຂົ້າລາວ
ຊີວະນາໆພັນກະສິກຳແມ່ນຫຍັງ?
ທີມງານຂອງພວກເຮົາ
ຄູ່ຮ່ວມງານ ແລະ ຜູ້ປະກອບສ່ວນ
ປະກອບສ່ວນຄຳຄິດເຫັນເພີ່ມເຕີມ
X
Home
»
ເລື່ອງເລົ່າ
»
ແກງຫົວຕານ
ແກງຫົວຕານ
Last updated on June 21, 2025
(first published: June 21, 2025)
by Andy Souvanphakdy
ປະເພດຜັກ
ອາຫານຄາວ
ແກງຫົວຕານ ລົດຊາດຂົມອ່ອນໆ ແຕ່ແຊບ
ສ່ວນປະກອບ
ໝາກຕານອ່ອນ 10 ໝາກ
ກະດູກໝູ ຕາມໃຈມັກ
ເຂົ້າເບືອ 1 ກຳມື
ນໍ້າຢານາງ 2 ຖົງ
ຜັກນາງຕູ່ 7-10 ຕົ້ນ
ຫອມບົ່ວໃບ 7-10 ຕົ້ນ
ຫົວສີໄຄ 3 ຫົວ
ໝາກເຜັດດິບ 5-7 ໝາກ
ວິທີປຸງແຕ່ງ
ແກະກາບໝາກຕານອອກ ປອກເປືອກທາງຂ້າງອ້ອມໆບໍລິເວນຫົວອອກ ແລ້ວຊອຍເອົາຫົວ ແລະ ດັງ ຂອງໝາກຕານ ຊອຍຂະໜາດຕາມໃຈມັກ(ຊອຍໃສ່ນໍ້າ ເພື່ອບໍໃຫ້ຫົວຕານດຳ)
ຕົ້ມນໍ້າໃຫ້ຟົດດີ ເອົາຫົວຕານໄປຕົ້ມ ປະມານ 1 ຊົ່ວໂມງ ຫລື ຕົ້ມຈົນກວ່າຈະຈືດ(ຄືກັບຕົ້ມໜໍ່ໄມ້) ແລ້ວຕັກອອກໄວ້
ຕົ້ມນໍ້າຢານາງໃຫ້ຟົດດີ ແລ້ວໃສ່ຫົວສີໄຄ ລໍຖ້າ 1-2 ນາທີ ກໍ່ຕາມດ້ວຍກະດູກໝູ,ຕົ້ມໄປເລື້ອຍໆຈົນກວ່າໝູສຸກດີ
ໃສ່ຫົວຕານລົງໄປ ຕົ້ມອີກປະມານ 10-15 ນາທີ
ໃສ່ເຂົ້າເບືອ ແລະ ໝາກເຜັດ, ປຸງລົດດຕາມໃຈມັກ ແລ້ວໃສ່ຜັກນາງຕູ່ ແລະ ຫອມບົ່ວໃບ ເພື່ອເພີ່ມກິ່ນຫອມຂອງແກງ ແຊບໆ ຄົນໃຫ້ເຂົ້າກັນ ແລ້ວປົງໄດ້ເລີຍ
ຕັກໃສ່ຖ້ວຍພ້ອມຮັບປະທານກັບເຂົ້າໜຽວຮ້ອນໆ
ແນະນຳ:
ແນະນຳໃຫ້ໃສ່ຖົງມື ເວລາຊອຍຫົວຕານ ມືຈຶ່ງບໍ່ດຳ
ນອກຈາກຈະແກງແລ້ວ ໝາກຕານອ່ອນໆຍັງສາມາດນຳມາເຜົາໄຟ ແລ້ວກິນກັບແຈ່ວປາແດກ ຫຼື ປົ່ນ ກໍແຊບດີ
Share
Prev
Previous
ແໜມປາ
Next
ຍໍາໝາກລິ້ນໄມ້
Next
See also
ສັບພະຄຸນຈາກໝາກຕານ
ແກງຫົວຕານ
ແກງເຜັດຫົວຕານ
Recent Stories
ເຕັກນິກການກ້າ ແລະ ການປູກຫວາຍໂຕ່ນ
May 20, 2025
ວິຖີຊີວິດຊາວບ້ານເກັບເຫັດເຜາະຕາມທໍາມະຊາດ
May 16, 2025
ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ
May 16, 2025
ອາຫານທໍາມະຊາດ ກໍເປັນໂພຊະນາການທີ່ດີສໍາລັບເດັກ Wild food wisdom also for children
March 22, 2024
ຖົ່ວຂຽວ ໃຫ້ທາດໂປຣຕິນ Mungbeans protein that comes from plants
March 22, 2024