ຂັ້ນຕອນໃນການປູກໝາກນັດ

ການປູກໝາກນັດເປັນທາງເລືອກທີ່ດີ ເພາະປູກງ່າຍ, ສ້າງລາຍຮັບໄດ້ດີ, ມີຄຸນຄ່າທາງອາຫານ

ໝາກນັດນອກຈາກເປັນອາຫານແລ້ວຍັງມີຄຸນປະ ໂຫຍດຫຼາຍຢ່າງອີກເຊັ່ນ: ຕົ້ນໝາກນັດແກ່ເປັນຢາດີພົກຍ່ຽວ, ໜິ່ວ, ເຈັບທ້ອງ, ຍຶ່ງທ້ອງ ຫຼື ອຶດທ້ອງ, ໝາກນັດຍັງສາມາດນໍາໄປໜັກຊີ້ນເພື່ອໃຫ້ຊີ້ນຜ່ອຍ ແລະ ສາມາດນໍາມາເຮັດເປັນນໍ້າໝາກໄມ້, ເຮັດກວນເພື່ອເກັບໄວ້ກິນດົນ, ນອກນີ້ຄົນຍັງນິຍົມນໍາມາໝັກກັບປາແດກເພື່ອແກ້ກິ່ນຄາວປາ.

ການກະກຽມແນວ ແລະ ພື້ນທີ່ ສໍາລັບປູກໝາກນັດ: 

  • ການເລືອກແນວປູກແມ່ນຕ້ອງເລືອກເອົາຈາວ ຫຼື ແໜງ ທີ່ງາມ ແລະ ສົມບູນດີ ຊຶ່ງຈະເຮັດໃຫ້ຕົ້ນໝາກນັດຂະຫຍາຍຕົວໄວ ເປັນຫົວໃຫຍ່ ແລະ ຫວານດີ.
  • ເວລາປູກຈະຕ້ອງເວັ້ນໄລຍະຫ່າງແຕ່ລະຕົ້ນປະມານ 90 ຊັງຕີແມັດ ຫຼື ປະມານ ສອງສອກ.
  • ຫຼັງຈາກປູກແມ່ນຈະໃຊ້ເວລາບົວລະບັດຕົ້ນໝາກນັດ ຢູ່ລະຫ່ວາງ 1 ຫາ 3 ປີ ມັນຈຶ່ງຈະເປັນໝາກ ແລະ ສາມາດເກັບກູ້ໄດ້ໃນຊ່ວງເດືອນ 6 ເດືອນ 7 ແລະ ເດືອນ 8 ຂອງແຕ່ລະປີ.

ແຫຼ່ງຂໍ້ມູນ: ການປູກໝາກນັດ

Share

Related Species

Recent Stories