ຂົ້ວຜັກກະເສດ

ຮູ້ຈັກຜັກກະເສດ: ຜັກພື້ນບ້ານທີ່ຄຸ້ມຄ່າຕໍ່ສຸຂະພາບ

ຜັກກະເສດເປັນແຫຼ່ງຂອງວິຕາມິນ ແລະ ແຮ່ທາດຫຼາຍຊະນິດ ເຊັ່ນ:

  • ວິຕາມິນ A ຊ່ວຍບຳລຸງສາຍຕາ
  • ແຄລຊຽມ ແລະ ທາດເຫຼັກ ຊ່ວຍບຳລຸງກະດູກ ແລະ ເລືອດ
  • ຜັກກະເສດມີ ເສັ້ນໃຍອາຫານ ຊ່ວຍໃຫ້ລຳໄສ້ເຮັດວຽກດີ, ຊ່ວຍປ້ອງກັນທ້ອງຜູກ ແລະ ຊ່ວຍຂັບລົມໃນກະເພາະອາຫານ

ວັດຖຸດິບ

    • ຜັກກະເສດ          300 ກຣາມ
    • ກະທຽມ              4–5 ກີບ
    • ນ້ຳມັນພືດ          2 ບ່ວງແກງ
    • ນ້ຳມັນຫອຍ       1 ບ່ວງແກງ
    • ແປ້ງນົວ            1 ບ່ວງຊາ
    • ນ້ຳຕານ            1/2 ບ່ວງຊາ (ບໍ່ໃສ່ກໍໄດ້)
    • ພິກໄທປົ່ນ         ເລັກນ້ອຍ
    • ໝາກເຜັດສົດ   (ຕາມຄວາມມັກ)

ວິທີປຸງແຕ່ງ

  1. ລ້າງຜັກກະເສດໃຫ້ສະອາດ ແລະ ຕັດເປັນຕ່ອນພໍດີຄຳ.
  2. ຕັ້ງໝໍ້ໃຫ້ຮ້ອນຈາກນັ້ນ ໃສ່ນ້ຳມັນ ແລ້ວຂົ້ວກະທຽມ ແລະ ໝາກເຜັດສົດທີ່ຊອຍໄວ້ແລ້ວນັ້ນລົງໄປຂົ້ວໃຫ້ຫອມ.
  3. ໃສ່ຜັກກະເສດລົງໄປ ແລ້ວຂົ້ວດ້ວຍໄຟແຮງປະມານ 1–2 ນາທີ.
  4. ປຸງລົດດ້ວຍນ້ຳມັນຫອຍ, ແປ້ງນົວ, ນ້ຳຕານ ແລະ ພິກໄທ.
  5. ຂົ້ວໃຫ້ເຂົ້າກັນອີກເລັກນ້ອຍ ແລ້ວຕັກໃສ່ຈານ ພ້ອມຮັບປະທານ.

ເຄັດລັບ

  • ຄວນໃຊ້ໄຟແຮງໃນການຂົ້ວ ເພື່ອໃຫ້ຜັກຂຽວສົດ ແລະ ກອບ.
  • ຢ່າຂົ້ວດົນເກີນໄປ ເພາະຜັກຈະອ່ອນ ແລະ ສູນເສຍຄວາມຫວານຕາມທຳມະຊາດ.
Share

Recent Stories