ການກຽມພື້ນທີ່
ສະພາບພື້ນທີ່ໃນການລ້ຽງມົດສົ້ມຄວນເປັນພື້ນທີ່ຮາບພຽງ ແລະ ປອດໂປ່ງມີຕົ້ນໄມ້ຂະໜາດເໝາະສົມສູງບໍ່ເກີນ 6 ແມັດ, ເປັນຕົ້ນໄມ້ຢືນຕົ້ນບໍ່ປ່ຽນໃບ ແລະ ມີຊົງຟຸ່ມທີ່ບໍ່ໜາເກີນໄປເຊິ່ງມີແສງແດດສ່ອງເຖິງພື້ນດິນເຊັ່ນ: ຕົ້ນໝາກມ່ວງ, ຊົມພູ່, ໝາກຫວ້າ, ໝາກເງາະ, ຕົ້ນໝາກລອງກອງ, ຕົ້ນລໍາໄຍ ແລະ ອື່ນໆ, ທີ່ສໍາຄັນຄວນມີແຫຼ່ງນ້ໍາຢູ່ໃກ້ ແລະ ກໍາຈັດສັດຕູຂອງມົດສົ້ມຄືພວກປວກທີ່ຫຸ້ມລໍາຕົ້ນ.
ວິທີເອົາມົດສົ້ມມາປ່ອຍ
ແມ່ນການຫາມົດສົ້ມຕາມທໍາມະຊາດມາປ່ອຍໂດຍການເອົາໝົດຮັງ ແລະ ຕ້ອງແນ່ໃຈວ່າມີນາງລາຊີນີຢູ່ນໍາ, ທໍາມະຊາດຂອງມົດສົ້ມທີ່ມາຈາກຄອບຄົວ ຫຼື ພີ້ນ້ອງດຽວກັນຈະບໍ່ກັດກັນ, ສາມາດນໍາມົດສົ້ມຈາກຮັງໃນຕົ້ນດຽວກັນເອົາມາຮັງລະ 10-20 ຕົວ, ແລ້ວເອົາມາປ່ອຍຮັງໃດຮັງໜຶ່ງຂອງອີກຕົ້ນໜຶ່ງແລ້ວເຝົ້າສັງເກດມົດເຫຼົ່ານັ້ນວ່າກັດກັນ ຫຼື ບໍ່, ຈາກນັ້ນກໍ່ເອົາມົດແດງຮັງອື່ນ ແລະ ໄກກັນອອກໄປມາໃສ່ອີກ, ແລ້ວກໍ່ຕິດຕາມວ່າກັດກັນ ຫຼື ບໍ່ ຖ້າກັດກັນສະແດງວ່າບໍ່ແມ່ນພີ້ນ້ອງດຽວກັນ.
ມົດສົ້ມຮັງນ້ອຍທີ່ຢູ່ຕາມທໍາມະຊາດມັກສ້າງຮັງນ້ອຍໆໃນຊ່ວງລະດູຝົນ, ມົດສົ້ມສ້າງຮັງນ້ອຍໆຢູ່ຂ້ອນຂ້າງຕ່ໍາ, ເມື່ອພົບເຫັນໃຫ້ໃຊ້ມີດຕັດຕັດກິ່ງຕັດຮັງມົດສົ້ມບັນຈຸລົງໃນກະສອບປຸ໋ຍ, ມັດປາກໃຫ້ແໜ້ນເພື່ອບໍ່ໃຫ້ມົດສົ້ມໄຕ່ອອກແລ້ວນໍາໄປເປີດປາກຖົງໃນບ່ອນທີ່ກຽມໄວ້, ມົດສົ້ມຈະໄຕ່ຂຶ້ນໄປອາໃສຢູ່ໃນຕົ້ນໄມ້ ແລະ ສ້າງຮັງເອງ.
ມົດສົ້ມຮັງໃຫຍ່ຈະມັກຢູ່ບ່ອນສູງ, ວິທີການນໍາມົດສົ້ມມາຈາກຕົ້ນໄມ້ຈຶ່ງລໍາບາກ, ສະນັ້ນຕ້ອງໃຊ້ວິທີການແຍ່ຈຶ່ງຈະໄດ້ມົດສົ້ມມາປ່ອຍລ້ຽງຕາມຄວາມຕ້ອງການ, ແຕ່ຕ້ອງແນ່ໃຈວ່າມີລາຊະນີມານໍາ.
ອາຫານຂອງມົດສົ້ມ
ມົດສົ້ມມັກອາຫານທີ່ແຫ້ງເຊັ່ນ: ປາແຫ້ງ, ກັບໂກ້, ຈີ່ຈ້ຽມ, ງູທີ່ຕາຍແລ້ວນໍາໄປຕາກແຫ້ງ ແລະ ມັກເປັນພິເສດແມ່ນແມງໄມ້ຊະນິດຕ່າງໆ, ໂດຍຈະຄາບໄປສະສົມໄວ້ໃນຮັງ, ຖ້າຫາກອາຫານມີຂະໜາດໃຫຍ່ທີ່ບໍ່ສາມາດຈະຄາບ ຫຼື ລາກໄປເກັບໄວ້ໃນຮັງໄດ້, ມົດສົ້ມຈະຊ່ວຍກັນກັດ, ຢ່ຽວໃສ່ເພື່ອບໍ່ໃຫ້ເໜົ່າເໝັ້ນ ແລະ ຖ້າຈົນກວ່າອາຫານນັ້ນແຫ້ງ, ຈຶ່ງຈະຄ່ອຍກັດເປັນຕ່ອນນ້ອຍໆຂົນໄປໄວ້ຮັງ, ເພື່ອນໍາໄປປ້ອນຕົວອ່ອນ ແລະ ນໍາໄປເປັນອາຫານ.
ໃນການຫາອາຫານນັ້ນມົດສົ້ມຈະເດີນທາງໄປຮອບໆທີ່ຢູ່ຂອງມັນ, ຖ້າຫາກພົບເຫຍື່ອ ຫຼື ອາຫານມົດສົ້ມຈະສົ່ງສັນຍານໃຫ້ກັນຮູ້ ແລະ ເດີນທາງມາທັນທີ, ຖ້າຫາກເພື່ອຍັງມີຊີວິດຢູ່ມັນຈະລຸມກັດ ແລະ ຍ່ຽວໃສ່, ເຫຍື່ອຈະຕາຍ ຫຼື ໄດ້ຮັບບາດເຈັບ, ມົດສົ້ມກໍ່ຈະຊ່ວຍກັນລາກໄປໄວ້ໃນຮັງເພື່ອເປັນອາຫານ.
ຂໍ້ສັງເກດອີກຢ່າງໜຶ່ງມົດສົ້ມມັກນໍາອາຫານໄປໄວ້ໃນຮັງກໍ່ຍ້ອນວ່າ: ພາຍໃນຮັງອາຫານຈະບໍ່ບູດເໜົ່າ, ຈະບໍ່ຖືກນ້ໍາຝົນ, ນ້ໍາຄ້າງ, ທັງເປັນບ່ອນລວມຕົວຂອງສັງຄົມມົດເຊິ່ງຈະມີການປະຊຸມວາງແຜນ ແລະ ກິນອາຫານຮ່ວມກັນ.
ຈາກການສັງເກດພົບວ່າ: ໃນລະດູຝົນມົດສົ້ມບໍ່ມັກເດີນທາງອອກຈາກຕົ້ນໄມ້ທີ່ມັນສ້າງຮັງຢູ່, ເນື່ອງຈາກພື້ນດິນປຽກ, ໃນລະດູຝົນມົດສົ້ມຈຶ່ງຫາອາຫານໄດ້ບໍ່ພຽງພໍ, ແຕ່ຖ້າຫາກເຮົາຈັດຫາບ່ອນໃຫ້ນ້ໍາ ແລະ ອາຫານໄວ້ໃນບໍລິເວນທີ່ມົດສົ້ມອາໄສຢູ່ຈະເຮັດໃຫ້ມົດສົ້ມໄຂ່ຢ່າງສົມບູນ, ໃນການລ້ຽງມົດສົ້ມປັດໃຈທີ່ສໍາຄັນແມ່ນຄວາມຊຸ່ມ, ຖ້າປີໃດຝົນຢຸດໄວອາກາດແຫ້ງແລ້ງມາໄວ້ຈະຜະລິດໄຂ່ໄວຂຶ້ນເຊັ່ນ: ຖ້າຝົນຢຸດຕົກເດືອນກັນຍາປະມານເດືອນມັງກອນຈະໄດ້ໄຂ່, ຫາກຝົນຢຸດໃນເດືອນພະຈິກກໍ່ຈະໄດ້ໄຂ່ມົດເດືອນກຸມພາ, ເຊິ່ງລວມເວລາໃນການລ້ຽງ 4-5 ເດືອນ.
ການເຮັດອຸປະກອນໃຫ້ນ້ໍາ ແລະ ອາຫານແກ່ມົດສົ້ມ
ໃຊ້ໄມ້ກະດານທີ່ມີຂະໜາດປະມານ 16 x 12 ນິ້ວ ເຮັດເປັນແທ່ນໃຫ້ອາຫານ, ໂດຍເປັນແປ້ນວາງສູງຈາກພື້ນປະມານ 1.5 m, ເພື່ອປ້ອງກັນສັດຕູເຊັ່ນ: ໝາ, ການໃຫ້ອາຫານເລີ່ມແຕ່ເດືອນສິງຫາ, ໃນຊ່ວງທໍາອິດຕ້ອງໃຫ້ໃນປະລິມານຫຼາຍ ແລະ ໃຫ້ສະໝໍ່າສະເໝີ, ເພື່ອຊ່ວຍເລັ່ງໃຫ້ມົດກໍາມະກອນສ້າງຮັງ ຂະໜາດໃຫຍ່, ນອກຈາກນີ້ຄວນໃຫ້ນ້ໍາຕານເພື່ອເປັນແຫຼ່ງພະລັງງານໃຫ້ມົດກໍາມະກອນ.
ສໍາລັບພາສະນະໃສ່ນ້ໍາໃຫ້ມົດແດງກິນຕະຫຼອດເວລາ, ອາດຈະເປັນຂວດປາສະຕິກຕັດເຄິ່ງ, ໃຊ້ຕະປູຕອກໄວ້ກັບຕົ້ນໄມ້ ຫຼື ວາງໄວ້ໃນແປ້ນອາຫານກໍໄດ້, ແລ້ວໃສ່ໄມ້ລົງໄປໃຫ້ມົດແດງໄຕ່ລົງໄປກິນນ້ໍາ.
ຂໍ້ມູນຈາກ: ເອກະສານປະກອບການສອນ ວິຊາ ແມງໄມ້ເສດຖະກິດ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ.