July 16, 2026

ການເຮັດຂຽບໝູ
ຂຽບໝູເປັນອາຫານມີສື່ສຽງຂອງຊາວລາວ ແລະ ຊາວໄທມາ ແຕ່ດົນນານ ໃຊ້ກິນປະສົມກັບອາຫານອື່ນໆເຊັ່ນ ກັບຕຳສົ້ມໝາກຫຸ່ງ ນອກຈາກນັ້ນ, ຍັງໃຊ້ປຸງແຕ່ງກັບອາຫານບາງຊະນິດເຊັ່ນ ອ່ອມບອນ ອ່ອມຂີ້ເຫລັກ. ຂຽບໝູນີ້ມີທັງຊະນິດຕິດນໍ້າມັນ ແລະ ບໍ່ຕິດນໍ້າມັນ, ຊະນິດບໍ່ກອບປານໃດ ແລະ ກອບຫລາຍ
ສ່ວນປະສົມ
ວິທີເຮັດ
1. ຕັດໜັງໝູຂະໜາດພໍດີຕ່ອນຂຽບ
2. ໃສ່ສະອິວດໍາ ແລະ ເກືອ ແລ້ວຄົນໃຫ້ເຂົ້າກັນກັບໜັງໝູໝັກໄວ້ ປະມານ 10 ນາທີ
3. ໃສ່ນຳ້ມັນລົງໃນກະທະໜັງໝູ ດັງໄຟອ່ອນໆ
4. ພໍໜັງໝູຕຶງໃຫ້ຈືນຕໍ່ໄປປະມານ 30 ນາທີ
5. ຕັກໜັງໝູຂຶ້ນປະໄວ້ປະມານ 10 ນາທີ
6. ຈືນໜັງໝູໃນນໍ້າມັນຮ້ອນອີກເທື່ອໜຶ່ງຈົນກອບດີ
7. ຕັກຂຶ້ນປະໄວ້ໃຫ້ເຢັນ ເພື່ອລໍຖ້າບັນຈຸໃສ່ຖົງເພື່ອຮັກສາຄວາມກອບ ຂອງຂຽບໝູໄວ້.
ເຄັດລັບໃນການປຸງ ຫຼື ເລືອກສ່ວນປະສົມ:
ເອົາໜັງໝູສ່ວນສັນຫຼັງ ຫຼື ໜັງສະໂພກ, ຕ້ອງເປັນໝູອ່ອນອາຍຸ ປະມານ 4 ເດືອນ, ໜັງໝູຕ້ອງສົດ ບໍ່ມີກິ່ນ ເມື່ອເປັນຂຽບໝູແລ້ວ ຈະຮັກສາໄວ້ໄດ້ດົນເຖິງ 15ວັນ (ໃນຕູ້ເຢັນ)
ປັດໄຈຕົ້ນຕໍ
ເອົາໜັງໝູສ່ວນສັນຫຼັງ ຫຼື ໜັງສະໂພກ, ຕ້ອງເປັນໝູອ່ອນ ອາຍຸປະມານ 4ເດືອນ, ໜັງໝູຕ້ອງສົດ ບໍ່ມີກິ່ນ ເມື່ອເປັນຂຽບໝູ ແລ້ວຈະຮັກສາໄວ້ໄດ້ດົນເຖິງ 15ວັນ (ໃນຕູ້ເຢັນ)
ບໍ່ໃຊ້ໄຟແຮງເກີນໄປ ເພາະຂຽບໝູຈະໃໝ້ກ່ອນສຸກ
ເຕັກນິກການຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານຫຼັກສູດການເພີ້ມມູນຄ່າທີ່ບໍ່ແມ່ນກະສິກໍາໂດຍກົງ
ຂຽນ ແລະ ຮຽບຮຽງໂດຍ: ອຈ. ວີໄລພອນ ແກ້ວສີລາເພັດ
ອອກແບບ ແລະ ຈັດໜ້າໂດຍ: ມະນີລັດ ຊາສີດາວົງ, ຄໍາບາງ ຄູນວີທອງ, ນາງ ແຝງທອງ ລັດຕະນະ
ຜູ້ກວດແກ້: ວຽງໄຊ ໂພຕະກຸນ, ດຣ ສົມພອນ ອິນຄຳແສງ, ວິປາກາ ຫານສັກດາ


