ຕູດຕຽງຫຼືເປືອກເມືອກແມ່ນພືດທີ່ປະຊາຊົນປູກໃນເຂດພູດອຍ

ຕູດຕຽງ, Bohemeria malabarica ຫຼື ເປືອກເມືອກ, ໜັງໜຽວ, (ແລະ ອາດມີຫຼາຍຊື່ອີກ) ເປັນພືດ ຊຶ່ງເກີດຢູ່ໃນເຂດພູດອຍທາງພາກເໜືອຂອງ ສປປ ລາວ. ກ່ຽວກັບພືດຊະນິດນີ້ ຍັງເປັນທີ່ ຮັບຮູ້ກັນໜ້ອຍ, ແລະ ໃນເອກກະສານກໍມີການອະທິບາຍໜ້ອຍເຊັ່ນກັນ. ຮອດມື້ນີ້ເຮົາກໍຍັງບໍ່ແນ່ໃຈວ່າ ຊື່ໃນພາສາລາແຕງ ຈະແມ່ນ Bohemeria malabarica ນີ້ ຫຼື ບໍ່. (Foppes et al 2003). ດັ່ງທີ່ຮູ້ແມ່ນມັນໄດ້ຖືກເກັບກູ້ ມາເປັນສິນຄ້າປະເພດເຄື່ອງປ່າຂອງດົງ ໃຫ້ພໍ່ຄ້າຈີນເປັນສ່ວນໃຫຍ່. ແລະ ກໍກາຍເປັນແຫຼ່ງລາຍຮັບ ທີ່ສໍາຄັນ ອັນນຶ່ງໃຫ້ແກ່ຄອບຄົວປະຊາຊົນເຂດພູດອຍ. ຢູ່ໃນເມືອງຈຸດສຸມ (ມ ນາໝໍ້ ແຂວງ ອຸດົມໄຊ ແລະ ມ ໂພນໄຊ ແຂວງ ຫຼວງພະບາງ) ຂອງໂຄງການຄົ້ນຄ້ວາທົດລອງກະສິກຳ ແລະ ປ່າໄມ້ ເຂດພູດອຍຮ່ວມມື ລາວ-ຊູແອດ (LSUAFRP) ແມ່ນນຶ່ງໃນຈໍານວນເຄື່ອງປ່າຂອງດົງທີ່ສໍາຄັນທີ່ສຸດຂອງ ເມືອງ (Anon […]

ການປູກຜັກກາດຕີນໝີ

ປື້ມຄວາມຮູ້ພູມປັນຍາທ້ອງຖິ່ນເຫຼັ້ມນີໄດ້ບັນຈຸເອົາເນື້ອໃນ, ຂັ້ນຕອນການປະຕິຖິ່ນ. ບັດຕ່າງໆລວມທັງຄຸນປະໂຫຍດຂອງການປູກຜັກກາດຕີນໝີທ້ອງຖິ່ນບ້ານ ເມືອງ ໄຊຍະບູລີ. ແຂວງ ໄຊຍະບູລີ ໂດຍແມ່ນຄູເຝິກຊຸມຊົນເປັນຜູ້ໃຫ້ຂໍ້ມູນ ແລະ ຂຽນດ້ວຍຕົນເອງ ໂດຍຜ່ານການຮັບຮອງ ແລະ ຮຽບຮຽງຈາກຫ້ອງການສຶກສາປະ ຈໍາເມືອງ, ພະແນກສຶກສາປະຈໍາແຂວງ, ສູນອົບຮົມຮ່ວມພັດທະນາ, ກົມພາລະ ແລະ ສິລະປະສຶກສາ (ກະຊວງສຶກສາທິການ).

ເຂົ້ານົກ

ແນວພັນເຂົານົກ (LG-6499) ແມ່ນແນວພັນ ເຂົ້າບົກພື້ນເມືອງຂອງທ້ອງຖິ່ນ ເມືອງປາກອູ, ແຂວງ ຫຼວງພະບາງ, ເຊິ່ງໃນປີ 1995 ຫາ 2000 ໂຄງການ ອະນຸຮັກເຊື້ອພັນ ເຂົ້າ (Lao-IRRI Biodiversity project) ໄດ້ເຕົ້າໂຮມແນວພັນເຂົ້າໃນທົ່ວປະເທດໄດ້ 13.193 ຕົວຢ່າງ, ໃນນັ້ນມີແນວພັນເຂົ້າບົກ 7.300 ຕົວຢ່າງ ໄດ້ນໍາມາເກັບມ້ຽນ ແລະ ຮັກສາໄວ້ໃນ ທະນາຄານເຊື້ອພັນເຂົ້າລາວ. ປີ 1998 ໄດ້ນຳມາສຶກ ສາ ແລະ ຄັດເລືອກ ທີ່ສູນຄົ້ນຄ້ວາກະສິກຳ ແລະ ປ່າ ໄມ້ພາກເໜືອ. ປີ 2001 ໄດ້ນຳໄປປູກທົດລອງໃນພື້ນທີ່ ຂອງຊາວກະສິກອນ ໃນ 3 ແຂວງພາກເໜືອຄື: ຫຼວງ ພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ. ປີ 2002 ໄດ້ນໍາ ໄປທົດລອງ ການຄັດເລືອກແບບມີສ່ວນຮ່ວມຂອງຊາວ ກະສິກອນໃນ […]

ການຈັດການສວນກ້າ

ສວນກ້າເບ້ຍ ໝາຍເຖິງສະຖານທີ່ປະກອບການສ ຳລັບການຂະຫຍາຍພັນໄມ້, ຜະ ລິດພັນໄມ້ ແລະ ບົວລະບັດຮັກສາພັນໄມ້ ຕະຫລອດຈົນການບົວລະບັດເຮັກສາພັນໄມ້ຕ່າງ ໆທີ່ ຍັງນ້ອຍແລະ ຍັງບໍ່ທັນແຂງແຮງເຊິ່ງໄດ້ມາຈາກການຂະຫຍາຍພັນດ້ວຍວິທີການຕ່າງໆໃຫ້ແຂງ ແຮງ ແລະທົນທານຕໍ່ສະພາບແວດລ້ອມດີເສຍກ່ອນທີ່ຈະນ ຳໄປປູກໃນກວນ ຫລືກ່ອນທີ່ເຮົາຈະ ສົ່ງອອກຈ ຳໜ່າຍ. ຄ ຳວ່າສວນກ້າເບ້ຍ ບໍ່ໄດ້ໝາຍເຖິງເຮືອນກ້າເບ້ຍເຮືອນໃດໜຶ່ງເທົ່ານັ້ນ, ແຕ່ຈະ ໝາຍລວມໄປເຖິງ ອານາບໍລິເວນຕັ້ງຮົ້ວອອ້ມຮອບສວນກ້າເຂົ້າມາໂຮງເຮືອນທັງໝົດ ລວມທັງ ທຸກສິ່ງທຸກຢ່າງທີ່ຢູ່ໃນຮົ້ວນັ້ນດ້ວຍ. ສ່ວນຄ ຳວ່າເຮືອນກ້າເບ້ຍນັ້ນ, ຖືວ່າເປັນສ່ວນໜຶ່ງຂອງສວນ ກ້າເບ້ຍເທົ່ານັ້ນ.

ການແຍກເຫງົ້າລ້ຽງທົດລອງ3ວິທີດອກເຜິ້ງ

ດອກເຜີ້ງ ຫຼື ດອກເອື້ອງທີ່ມີຢູ່ໃນທົ່ວໂລກມີປະມານ 2,500 ຊະນິດ ແລະ ສັງກັດຢູ່ໃນ 170 ສະກຸນ, ໂດຍການສ ຳ ຫລວດຄົ້ນພົບຢູ່ໃນ 4 ປະເທດໃກ້ຄຽງ ມີປະມານ 1,400 ຊະນິດ. ໃນນີ້ໄດ້ຄົ້ນພົບແລ້ວວ່າໄດ້ມີຈ ຳນວນ170 ສະກຸນ 333 ຊະນິດທີ່ເກີດມີຢູ່ໃນປະເທດ ສປປລາວ ແລະຄາດວ່າຍັງຈະມີຫລາຍຊະນິດກວ່ານີ້ຖ້າຫາກໄດ້ມີການສຶກສາຄົ້ນ ຄວ້າເຖີງຄວາມຫລາກຫລາຍຂອງດອກເຜິ້ງອີກ. ດອກເຜີ້ງຫລາຍຊະນິດໄດ້ກາຍມາເປັນທ່າແຮງທາງດ້ານເສດຖະກິດອັນໜື່ງທີ່ສ ຳຄັນຂອງຊາດໄດ້ເຊັ່ນ: ດອກເຜີ້ງສະ ກຸນ Dendrobium spp ທີ່ເຂົາເຈົ້ານ ຳເອົາ ດອກ, ຮາກ ແລະ ລ ຳຂອງດອກເຜີ້ງ ຕາກແດດແຫ້ງສົ່ງອອກໄປປຸງແຕ່ງ ເປັນສະໝູນໄພ ແລະ ສ່ວນໜື່ງກໍ່ນ ຳເອົາໄປຂະຫຍາຍພັນ ເຊັ່ນ: ບໍລິສັດຈີນທີ່ສ້າງສວນຂະຫຍາຍພັນທີ່ຢູ່ເມືອງໄຊ ແຂວງອຸດົມໄຊ ເປັນເນື້ອທີ່ໃຫ່ຍຫລາຍກວ່າ 100 ເຮັກຕາ.

ສວນຄົວຊີວະພາບ

ສວນຄົວຊີວະພາບແມ່ນສວນຄົວເພື່ອສຸຂະພາບ ແລະ ເສດຖະກິດຂອງຄອບຄົວ. ໃນສວນມີຜັກ ແລະ ໝາກໄມ້ກິນ ໄດ້ຕະຫລອດປີ ເພື່ອເສີມສ້າງສຸຂະພາບຂອງທ່ານໃຫ້ມີຄວາມ ຕ້ານທານພະຍາດສູງຂຶ້ນ.

ໄມ້ດອກໄມ້ປະດັບ

ໄມ້ດອກ-ໄມ້ປະດັບ ກໍມີຄວາມສ ຳຄັນໃນການໃຫ້ຮົ່ມເງົາ ແລະ ອື່ນໆ ຈະເຫັນໄດ້ວ່າ ໃນປະເທດຕ່າງໆ ກໍ່ຍອມຮັບວ່າພືດເຫລົ່ານີ້ມີຄວາມສ ຳຄັນແທ້ ເພາະມັນຊ່ວຍເປັນອາຫານຕ ພັກ ຜ່ອນຢ່ອນໃຈ ຈົນເຖິງຂັ້ນຍອມລົງທຶນຈ ຳນວນມະຫາສານໃນການສ້າງສວນສາທາລະນະ ປູກໄມ້ ດອກ-ໄມ້ປະດັບນາໆຊະນິດໃຫ້ຄົນໄດ້ເບິ່ງໄດ້ຊົມ. ບ້ານເຮົາດິນຟ້າອາກາດທີ່ເໝາະສົມ ແກ່ການປູກ ໄມ້ດອກ-ໄມ້ປະດັບຫລາຍໆຊະນິດ.

ເຕັກນິກການປູກເຂົ້າສຸມທ່າແຮງຂອງຕົ້ນເຂົ້າ

ລະບົບປູກເຂົ້າແບບສຸມທ່າແຮງຂອງຕົ້ນເຂົ້າ (SRI) ໄດ້ຖືກພັດທະນາແຕ່ຊຸມປີ 1980 ຢູ່ປະເທດ ມາດາຄາດສະກາ (Madagascar), ທະວີບອາຟິກາ. ຕົກມາຮອດຊຸມປີ 1990 ໄດ້ມີການທົດລອງ ແລະ ນໍາ ໃຊ້ເຂົ້າໃນການຜະລິດເຂົ້າຂອງຊາວນາໃນປະເທດມາດາຄາດສະກາຢ່າງກວ້າງຂວາງ. ໃນປະຈຸບັນເຕັກນິກການປູກເຂົ້າດັ່ງກ່າວນີ້ໄດ້ຂະຫຍາຍໄປຫລາຍປະເທດຂອງຂົງເຂດອາຊີ ເຊັ່ນ: ປະເທດ ຈີນ, ສີລັງກາ, ໄທ, ກຳປູເຈຍ, ຟີລິບປິນ. ການປູກເຂົ້າສຸມທ່າແຮງຂອງຕົ້ນເຂົ້າ ສາມາດຊ່ວຍຍົກສະມັດຕະ ພາບຜົນຜະລິດເຂົ້າແຕ່ຣໂຕນຕໍ່ເຮັກຕາຮອດ 10 ກ່ວາໂຕນຕໍ່ເຮັກຕາໂດຍບໍ່ຈໍາຕ້ອງໃຊ້ແນວພັນເຂົ້າປັບປຸງ, ປຸຍເຄມີ, ຢາຂ້າສັດຕູພືດ.

ຄຸນະພາບເມັດເຂົ້າໄກ່ນ້ອຍຈະດີໃນການປູກຢູ່ເຂດລະດົບສູງຈາກນ້ຳທະເລ

ເຂົ້າໄກ່ນ້ອຍ ທີ່ນ ຳມາສຶກສານີ້ ມີ 3 ກຸ່ມໃຫຍ່ທີ່ແຕກຕ່າງກັນ ຄື: ໄກ່ນ້ອຍແດງ, ໄກ່ນ້ອຍ ລາຍ ແລະ ໄກ່ນ້ອຍເຫຼືອງ. ວິທີການສຶກສາ ແມ່ນໄດ້ສ ຳຫຼວດແຫຼ່ງກ ຳເນີດ, ພູມສັນຖານ ແລະ ເກັບ ຕົວຢ່າງແນວພັນ ແລະ ດິນນາ, ທົດສອບຄຸນລັກສະນະທາງດ້ານຮູບຮ່າງພາຍນອກ, ດ້ານການສີ, ຄວາມບໍລິສຸດ, ຄຸນນະພາບການກີນ, ຄວາມຫອມ ແລະ ວິໄຈອົງປະກອບທາງດ້ານເຄມີ ຂອງ ຕົວ ຢ່າງດິນນາທີ່ປູກເຂົ້າໄກ່ນ້ອຍ. ຮູບຮ່າງຂອງເມັດ ເປັນເຂົ້າເມັດປ້ອມເໝືອນກັນ ທັງສາມກຸ່ມແນວພັນ ໄດ້ລັກສະນະຂອງ Tropical Japonica ຈະແຕກຕ່າງພຽງແຕ່ສີຂອງເປືອກ ແລະ ສີກົ້ນ ຂອງເມັດ ຈາກແຊກແດງເຂັ້ມໆ ຫາ ມ້ວງແກ່ໆ ແລະ ນໍ້າຕານດ ຳໆ ຕາມລ ຳດັບ. ຄຸນນະພາບດ້ານການສີ ເຫັນວ່າ ເປີເຊັນການສີສູງກວ່າເຂົ້າທ ຳມະດາໜ້ອຍນຶ່ງ ແຕ່ເຫັນວ່າ […]