ປ້າຍຕົວຢ່າງທີ່ຕິດຕັ້ງໃນໝູ່ບ້ານກໍຮິ້ງ ປີ2015

ໜໍ່ຫຼອຍດິນເປັນໜໍ່ໄມ້ຂະໜາດນ້ອຍ, ເປືອກບາງປອກງ່າຍ ມີລົດຊາດແຊບ ໜຸ່ມ ກອບ ເໝາະສົມການປຸງແຕ່ງອາຫານ ພື້ນເມືອງ, ເຊັ່ນ:ແກງ, ຕົ້ມຈ ຳແຈ່ວ, ເຮັດຊຸບ, ຂົ້ວກໍແຊບ.

ສົ່ງເສີມການປູກກ້ວຍທານີກ້ວຍນ້ຳ ໃນແຂວງຫົວພັນ

ໝາກກ້ວຍພື້ນເມືອງມີວິທີການປຸງແຕ່ງສ້າງມູນຄ່າເພີ່ມໄດ້ຫລາຍແນວທີ່ເປັນໂອກາດ ແລະ ຊາວກະສິກອນຍັງຕ້ອງໄດ້ພາກັນເຮັດກິດຈະກໍາການປຸງແຕ່ງ ແລະ ຂະຫຍາຍການຜະລິດອອກຕື່ມໂຄງການຕາບີໄດ້ເລີ່ມຕົ້ນສະໜັບສະໜູນ ໃນປີ 2014 ດ້ານເຕັກນິກວິຊາການ ການປູກກ້ວຍ, ແນວພັນ ແລະ ດ້ານວັດຖຸ ອຸປະກອນ ຢູ່ 2 ເມືອງ (ເມືອງສົບເບົາ, ເມືອງຊຽງຄໍ້) ຈຳນວນ 21 ຄອບຄົວ ມີເນື້ອທີ່ ປູກກ້ວຍ 9.7 ເຮັກຕາ ແລະ ສະໜອງແນວພັນ 3,630 ໜໍ່, ຊາວກະສິກອນໄດ້ສືບຕໍ່ ແລະ ຂະຫຍາຍການປູກ

ປ້າຍທີ່ຕິດຕັ້ງທີ່ຫ້ອງວ່າການປົກຄອງເມືອງແປກ ແລະ ທາງເຂົ້າສວນຊາພູສັນ

ຊາພູສັນ ກຳເນີດຢູ່ໃນປ່າດົງທີ່ມີຄວາມອຸດົມສົມບູນໄປ ດ້ວຍຊີວະນາໆພັນທ ຳມະຊາດ, ມີຄວາມສູງຈາກໜ້າ ນ້ຳທະເລສະເລ່ຍ 1,800 ແມັດ, ມີລົດຊາດກິ່ນຫອມທີ່ ຖືກໃຈຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ.

ການສົ່ງເສີມຜະລິດຊາໃນແຂວງຫຼວງພະບາງ

ຊາປ່າເປັນໄມ້ຢືນຕົ້ນສູງ ຖ້າຢູ່ໃນທຳມະຊາດ,ໂດຍມີຊື່ວິທະຍາສາດວ່າ Camellia sinensis var. assamica ເຊິ່ງເປັນຊາທຳມະຊາດທີ່ພົບໃນເຂດເນີນສູງຂອງລາວ. ຊາຊ່ວຍເສີມສ້າງພູມຕ້ານທານໃຫ້ກັບຮ່າງກາຍຂອງຄົນເຮົາ, ປ້ອງກັນມະເຮັງສາມາດຊ່ວຍປ້ອງກັນຂໍ້ອັກເສບ, ສາມາດຊ່ວຍຕ້ານໄຂ້ຫວັດໃຫຍ່, ຊ່ວຍປ້ອງກັນການຕິດເຊື້ອ. ຊາຍັງເປັນສັນຍາລັກເຖິງຄວາມອຸດົມສົມບູນຂອງປ່າ. ນອກນັ້ນຍັງສາມາດປູກປະສົມປະສານກັບພືດຊະນິດອື່ນໄດ້ດີ.

ສົ່ງເສີມການລ້ຽງປາໃນນາເຂົ້າ ແຂວງຊຽງຂວາງ

ການລ້ຽງປາໃສ່ນາເຂົ້າເຊິ່ງເປັນພູມປັນຍາຊາວບ້ານ, ເປັນຮີດຄອງປະເພນີຂອງທ້ອງຖີ່ນທີ່ເຄີຍປະຕິບັດກັນມາຕັ້ງແຕ່ດົນນານຊະນິດປາ,ກົບ,ຂຽດ,ອ່ຽນ ແລະ ແມງໄມ້ຊະນິດຕ່າງໆ ທີ່ສະຫນອງໃຫ້ເປັນອາຫານແກ່ປະຊາຊົນບັນດາເຜົ່າ ໃນການດໍາດົງຊີວິດທີ່ຕິດພັນ ກັບການລ້ຽງປາໃນນາເຂົ້າ. ນອກນີ້, ການລ້ຽງປາໃນນາເຂົ້າຍັງເປັນການຄວບຄຸມພະຍາດແມງໄມ້ ແລະ ວັດຊະພືດ ແລະ ພ້ອມກັນນັ້ນ ປາຍັງໄດ້ພວນດີນ ໃຫ້ຝູ່ນແກ່ຕົ້ນເຂົ້າເຮັດໃຫ້ຜົນຜະລິດເຂົ້າເພີ່ມຂື້ນ ແລະ ຍັງເປັນການສ້າງລາຍຮັບຈາກການຂາຍປາຕື່ມອີກ.

ສົ່ງເສີມການລ້ຽງເຜີ້ງໂກນແມງດັ້ນ ແຂວງຊຽງຂວາງ

ນໍ້າເຜີ້ງ ແມ່ນຜົນຜະລິດ ທີ່ສໍາຄັນຈາກປ່າທໍາມະຊາດເປັນຕົວຊີ້ບອກ ເຖີງຄວາອຸດົມສົມບູນຂອງຊິວະນາໆພັນທີ່ມີປ່າໄມ້ດົກຫນາແມ່ນຈະມີເຜີ້ງອາໄສ່. ປະຊາຊົນບັດາເຜົ່າໃນທ້ອງຖີ່ນ ເຄີຍລ້ຽງເຜີ້ງໂກນສືບທອດກັນມາແຕ່ດົນນານ ແລະ ເຄີຍນໍາໃຊ້ ນໍ້າເຜີ້ງເພື່ອບໍລິໂພກ,ເຮັດຢາປົວພະຍາດ ແລະ ຂາຍເປັນສີນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ. ຢູແຂວງຊຽງຂວາງການລ້ຽງເຜີ້ງໂກນແມ່ນມີການລ້ຽງຢູ່ທຸກໆເມືອງແຕ່ທາງວິຊາການໄດ້ລົງສົ່ງເສີມການລ້ຽງມີຢູ່ 3 ເມືອງຄື: ເມືອງຄູນ, ເມືອງແປກ ແລະ ເມືອງພູກູດ.

ສົ່ງເສີມການປູກກ້ວຍທະນີ (ກ້ວຍນ້ຳ)

ກ້ວຍທະນີ(ກ້ວຍນໍ້າ) ແມ່ນຫມາກໄມ້ຊະນິດຫນຶ່ງທີ່ມີການປູກຫລາຍຢູ່ໃນທ້ອງຖິ່ນປະເທດລາວ ແຕ່ເຫນືອເຖິງໃຕ້ແລະ ມີຄວາມນິຍົມໃນການບໍລິໂພກກັນຫລາຍ, ເນື່ອງຈາກວ່າກ້ວຍທະນີເປັນຫມາກກ້ວຍທີ່ມີລົດຊາດແຊບບໍລິໂພກງ່າຍ ແລະ ມີວິຕາມິນສູງສໍາຫລັບບໍາລຸງຮ່າງກາຍຊ່ວຍໃຫ້ມີການລະບາຍງ່າຍບໍ່ວ່າເດັກນ້ອຍ ຫລື ຄົນສູງອາຍຸກໍ່ບໍລິໂພກຫລັງຮັບປະທານອາຫານໃນແຕ່ລະວັນ.