ວິທີການປູກໝາກແຕງ(ຂີ້ໄກ່)
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ການສ້າງສວນກ້າ ແລະ ການປູກຫວາຍບາງຊະນິດເປັນສິນຄ້າ ໃນ ສປປ ລາວ
ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົມ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກຳຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄົດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍົງ ໂດຍການນໍາໃຊ້ຕົ້ນທຶນຕາ ໃນການພັດທະນາ.
ການປູກໝາກແໜ່ງ
ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ, ເປັນຜົນຜະລິດທີ່ມີຕະຫຼາດຮອງຮັບຢູ່ຕະຫຼອດເວລາ ໂດຍສະເພາະແລ້ວແມ່ນຕະລາດຈີນ. ມັນມີພໍ່ຄ້າຄົນຈີນເຂົ້າຈະເກັບຊື້ໝາກແໜ່ງ ເພື່ອນຳໄປຂາຍຕໍ່ ໃຫ້ ກັບເຈົ້າຂອງໂຮງງານ ເພື່ອປຸງແຕ່ງເປັນຢາ. ຕະຫຼາດຈີນມີ ຊຶ່ງໃນປະຈຸບັນປະລິມານການ ຄວາມຕ້ອງການໝາກແໜ່ງໃນປະລິມານທີ່ຫຼາຍ, ຜະລິດໝາກແໜ່ງແມ່ນຍັງບໍ່ ທັນພຽງພໍ ເມື່ອທຽບກັບຄວາມຕ້ອງການຂອງຕະຫຼາດ, ໃນຄະນະດຽວ ກັນ ໝາກແໜ່ງຂອງຈີນແມ່ນມີອາຍຸແກ່, ຜົນຜະລິດໝາກແມ່ນນັບມື້ນັບໜ້ອຍລົງ. ຍ້ອນແນວນັ້ນ, ພໍ່ຄ້າຈີນ ຈຳເປັນຕ້ອງໄດ້ນຳເຂົ້າໝາກແໜ່ງຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ, ເປັນຕົ້ນແມ່ນປະເທດລາວ, ຫວຽດນາມ, ກຳປູຊາ… ຈາກເງື່ອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງື່ອນໄຂອັນດີ ໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫລາດຈີນ, ໂດຍສະເພາະ ແມ່ນບັນດາເຂດແຂວງທີ່ຕັ້ງຢູ່ໄກ້ກັບຊາຍແດນຈີນ ເຊັ່ນວ່າ: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ…
ການປູກໝາກຖົ່ວ
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ການປູກພຶດປະເພດຖົ່ວ
ພືດຖົ່ວເປັນພືດທີ່ຊາວລາວເຮົາຮູ້ຈັກ ແລະ ປະກອບເປັມອາຫານແຕ່ດົນນານແລ້ວ ອາດຈະພ້ອມໆກັນກັບການນຳໃຊ້ ພືດທັນຍາຫານ ແລະ ພືດຜັກຕ່າງໆ ເພື່ອມາປຸງແຕ່ງອາຫານ. ປຶ້ມຫົວນີ້ແມ່ນແນໃສ່ປັບປຸງການຜະລິດຖົ່ວຊະນິດທີ່ໃຫ້ມມັນໃຫ້ທາດຊີ້ມທີ່ເປັນອາຫາມຄົນ ແລະ ສັດ( ຖົ່ວເຫຼືອງ, ຖົ່ວດິນ,ຖົ່ວຂຽວ) ແລະ ເບັນພືດຜັກເພື່ອຮັບໃຊ້ການກິນຢູ່ປະຈຳວັນ ຂອງແຕ່ ລະຄອບຄົວ. ຖົ່ວເຫຼືອງທີ່ບີບເອົານມັນແລ້ວເອີ້ນວ່າ ກາກຖົ່ວເຫຼືອງນັ້ນ ປະຈຸບັນແມ່ນໄດ້ສັ່ງເຂົ້າມາຈາກຕ່າງປະເທດ ເປັນອັດຕາສ່ວນສູງພໍສົມຄວນ ແຕ່ຄຽງຄູ່ກັນນີ້ ປະເທດເຮົາກໍ່ມີເງື່ອນໄຂປູກໄດ້ດີໃນບາງເຂດ ແຕ່ຍັງບໍ່ທັມພຽງພໍກັບຄວາມຮຽກຮ້ອງ ຕ້ອງການ ເພື່ອຜະລິດອາຫານ ແລະ ເປັນສ່ວນປະສົມທີ່ສຄັນໃນ ອາທານສັດ.
ການຫວ່ານກ້າ
ປຶ້ມພູມປັນຍາທ້ອງຖິ່ນຫົວນີ້ ໄດ້ມາຈາກການຂຽນຂອງຊາວບ້ານ ແລະອາສາສະໝັກເຊິ່ງໄດ້ຮຽບຮຽງເບື້ອງຕົ້ນຈາກຄະນະອຳ ນວຍການສູນອົບຮົມຮ່ວມພັດທະນາ ແລະພະແນກສຶກສານະຄອນຫຼວງວຽງຈັນ ປຶ້ມຫົວນ້ອຍຫົວນີ້ໄດ້ບັນຈຸເນື້ອໃນທີ່ເວົ້າເຖິງຫົວຂໍ້ໃດໜຶ່ງໂດຍ ມີຫຼາຍກິດຈະກຳທີ່ຈະເປັນການທົດລອງເອົາຄວາມຮູ້ທ້ອງຖິ່ນເຂົ້ານໍາ ພາ ແລະສິດສອນນັກຮຽນຊັ້ນປະຖົມໂດຍເອົາບົດທີ່ງ່າຍສອນຊັ້ນປະ ຖົມ ປໍ 1 ປໍ 2 ແລະບົດທີ່ຍາກກໍສອນຊັ້ນໃຫຍ່ຂຶ້ນໄປ
ການຂະຫຍາຍພັນ ແລະ ການປູກຕົ້ນໄມ້ກິນໝາກຂອງ ສ ປປ ລາວ
ການປູກຕົ້ນໄມ້ກິນຫມາກມັນເປັນກິດຈະການອັນນຶ່ງທີ່ສຄັນທີ່ສຸດໃນການດຳລົງຊີວິດ ຂອງຊາວກະສິກອນ. ຍ້ອນວ່າຫມາກໄມ້ມີຄຸນຄ່າສູງທາງທາດວິຕາວິນ, ທາດນ້ຳຕານ ແລະ ໂປຣເຕອິນ ໄດ້ເຮັດໃຫ້ຄຸນາຂອງອາຫານດີຂຶ້ນຫລາຍເປັນຕົ້ນ ແກ່ຊາວຊົນນະບົດທີ່ອາໃສແຕ່ເຂົ້າເປັນອາຫານຕົ້ນຕໍມາບໍລິໂພກພຽງຢ່າງດຽວ. ຕົວຢ່າງ, ຈຳພວກຫມາກນາວໃຫ້ວິຕາວິນເຊຫລາຍທີ່ສຸດ, ຫມາກອາໂວກາ, ແກ່ນຫມາກມ່ວງຫິມມະພານແມ່ນມີທາດໂປຣຕົນສູງ ແລະ ຫມາກກ້ວຍມີທາດ ແປ້ງ (ທີ່ມີທາດນ້ຳຕານ) ຫລາຍ. ນອກຈາກນີ້ຫມາກໄມ້ກໍ່ເປັນແຫ່ລງລາຍໄດ້ຄອບຄົວ ເຮົາຈະຂາຍຫມາກໄມ້ຕ່າງໆ ນັ້ນໃນທ້ອງຕະລາດ ແລະ ນຳເອົາເງິນໄປຮູ້ສິ່ງຂອງທີ່ເຮົາຕ້ອງ ການໄດ້ຕາມປະສົງ.
ຄູ່ມືການຜະລິດຫົວເຊື້ອ ແລະ ການປູກເຫັດ
ເຫັດຈັດເປັນອາຫານທີ່ສຳຄັນຕໍ່ມະນຸດ ໃນການນ ຳມາປະກອບອາຫານ ສະນັ້ນ, ເນື່ອງຈາກວ່າ ເຫັດ ມີປະລິມານຂອງ ໂປຣຕີນ, ວິຕາມີນແລະ ແຮ່ທາດ ຢູ່ໃນປະລິມານສູງ, ນອກຈາກນີ້ ຍັງມີເຫັດອີກຫຼາຍຊະນິດ ໄດ້ແກ່ ເຫັດຫູໝູ,ເທັດຫອມ, ເຫັດຫລີງຈື ແລະ ເທັດອື່ນໆອີກ, ຊື່ງມີສັບພະຄຸນທາງດ້ານການແພດ,ໃຊ້ເປັນຢາຮັກສາໂຣກໄດ້ຈຶ່ງເຮັດໃຫ້ອາຫານປະເພດນີ້ນັບມື້ ຈະມີຄວາມສຳຄັນຂື້ນຕາມລຳດັບ, ປະກອບກັບປະຊາຊົນໄດ້ໃຫ້ຄວາມສົນໃຈ ແລະ ຫັນມາປູກເຫັດຫຼາຍຂື້ນ ແລະ ມັກວິຊາການປູກພືດຕະ ຫຼອດຈົນຜູ້ທີ່ປະກອບອາຊີບດ້ານການປູກເຫັດ ໄດ້ມີການທົດລອງຄົ້ນຄ້ວາຫາເທັກໂນ ໂລຊີການປູກເຫັດ ດ້ວຍວິທີໃໝ່ ມາຊ່ວຍໃນການປູກເຫັດ ຈື່ງເຮັດໃຫ້ອາຊີບດ້ານການ ປູກເຫັດໃນປະເທດລາວຂອງພວກເຮົາຈະເລີນກ້າວໜ້າຕໍ່ໄປ.
ແມງໄມ້ທຳລາຍພຶດຜັກທີ່ສຳຄັນ ໃນອາຊີເຂດຮ້ອນ ແລະ ເຄີ່ງຮ້ອນ
ບົ້ງເຈາະໝາກເລັ່ນ
ບົ້ງເຈາະໝາກເລັ່ນ ແມ່ນມີພືດອາໃສຢ່າງຫລວງຫລາຍ ລວມທັງພືດວັກ, ຝ້າຍ, ສາລີ, ຢາສູບ, ເຂົ້າຝ້າງ ແລະ ບາງແນວພັນຂອງຕົ້ນໄມ້ປະດັບມງໄມ້ສັດຕູພືດພວກນີ້ -ມີຄວາມຕ້ານທານສູງ ຕໍ່ຢາເຄມີ ປາບສັດຕູພືດ ແລະ ດ້ວຍເຫດນັ້ນ ມັນຈຶ່ງເປັນຕົ້ນເຫດ ການທ ຳລາຍຕໍ່ຝ້າຍ, ພືດຕະກຸນຖົ່ວ ແລະ ພືດຜັກ ຢ່າງຫລວງຫລາຍ.


