ສວນປັນຍານິເວດ: ສົ່ງເສີມກະສິກຳຢ່າງຍືນຍົງໃຫ້ແກ່ຊາວໜຸ່ມລາວ

ສວນປັນຍານິເວດ ຕັ້ງຢູ່ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ    ໄດ້ເລີ່ມດຳເນີນກິດຈະກຳຕັ້ງແຕ່ປີ 2008 ແລະ ໄດ້ຈົດທະບຽນເປັນບໍລິສັດກະສິກຳຢ່າງເປັນທາງການໃນປີ 2016. ສວນ ເນັ້ນໃສ່ການຜະລິດແບບອິນຊີ, ການຈຳໜ່າຍຂາຍປີກ ແລະ ຂາຍສົ່ງ ເຊິ່ງມີຜະລິດຕະພັນຫຼັກແມ່ນຜັກສວນຄົວ, ເຂົ້າ ແລະ ເຫັດນາງລົມ. ນອກຈາກນັ້ນ ສວນຍັງຈັດໂຄງການຮຽນຮູ້ທາງດ້ານກະສິກຳ ແລະ ການປຸງແຕ່ງອາຫານພື້ນເມືອງ, ພ້ອມທັງກິດຈະກຳສິນລະປະ ແລະ ຫັດຖະກຳຢ່າງມີສະຕິ. ຜູ້ຢ້ຽມຊົມສາມາດຮຽນຮູ້ການຈຳແນກຊະນິດພັນພືດນານາຊະນິດ ແລະ ເກັບຜັກສົດໆໄດ້ໂດຍກົງຈາກສວນ “ຈາກສວນສູ່ໂຕະອາຫານ” ແມ່ນຄຳຂວັນຂອງສວນປັນຍານິເວດ.

ທ່ານນາງ ສົມຈິດ ພັນຄຳ (ຊື່ຫຼິ້ນ: ຈິດ) ເຈົ້າຂອງສວນປັນຍານິເວດ ບໍ່ພຽງແຕ່ສ້າງສວນກະສິກຳເພື່ອປູກພືດທີ່ທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳອາຫານປ່າມາພັດທະນາເປັນພືດປູກໃນສວນ, ແຕ່ຍັງເພີ່ມມູນຄ່າໃຫ້ແກ່ພືດທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ດ້ານພືດພັນ ແລະ ອາຫານລາວໃຫ້ແກ່ຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ.

ເອື້ອຍຈິດມີຄວາມສົນໃຈຂອງຕໍ່ກັບເມັດພັນ, ດິນ ແລະ ອາຫານ, ລາວ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະເທດລາວຈຶ່ງຕ້ອງນຳເຂົ້າພືດຜົນຜະລິດກະສິກຳ ໃນຂະນະທີ່ມີທີ່ດິນກະສິກຳອຸດົມສົມບູນ    ເປັນເວລາກວ່າ 10 ປີ ທີ່ລາວສາມາດສົ່ງເສີມກະສິກຳທີ່ບໍ່ໃຊ້ສານເຄມີ ໂດຍເນັ້ນໃສ່ເຂົ້າພັນພື້ນເມືອງ ແລະ ພືດທ້ອງຖິ່ນ ເພື່ອສະແດງໃຫ້ເຫັນຄວາມຫຼາກຫຼາຍທາງວັດທະນະທຳ ແລະ ນິເວດວິທະຍາຂອງລາວ. ເປົ້າໝາຍຂອງລາວ ແມ່ນການສ້າງທຸລະກິດທີ່ຍືນຍົງ ເພື່ອສ້າງວຽກງານໃຫ້ແກ່ຊາວໜຸ່ມລາວ.

Short Bio

Full name:

Date of Birth:

Place of Birth:

Current Residence:

Education:

Current Profession:

Motto:

Share

Recent Champions