ປອ. ລຳເຜີຍ ແກ້ວສົມບັດ

ທ່ານ ປອ. ລຳເຜີຍ ແກ້ວສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເຜີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ.

ໃນຊ່ວງປີ 2016 ຫາ 2019 ປອ. ລຳເຜີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລໍາເຜີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ.

ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, ກິດຈະກຳທັງໝົດຂຶ້ນກັບການຈັດຕັ້ງປະຕິບັດຂອງສາມກຸ່ມບ້ານ ພາຍໃນເຂດອຸທິຍານແຫ່ງຊາດນາກາຍ–ນ້ຳເທີນ ແຂວງຄຳມ່ວນ ປະເທດລາວ. ກຸ່ມນີ້ຜະລິດ ກະຕ່າ, ກະຕິບເຂົ້າ, ຖົງ ແລະ ຫັດຖະກຳອື່ນໆທີ່ເຮັດດ້ວຍມື. ກິດຈະກຳເຫຼົ່ານີ້ໄດ້ສ້າງໂອກາດລາຍໄດ້ຢ່າງຍືນຍົງໃຫ້ກັບສະມາຊິກ. ໃນປີ 2025 ກຸ່ມສາມາດດຳເນີນງານໄດ້ຢ່າງອິດສະຫຼະ ຊຶ່ງສະທ້ອນໃຫ້ເຫັນວ່າ ເມື່ອຊຸມຊົນໄດ້ຮັບການເສີມສ້າງດ້ວຍຄວາມຮູ້, ການຈັດຕັ້ງ ແລະ ການເຂົ້າເຖິງຕະຫຼາດ, ພວກເຂົາສາມາດອະນຸລັກມໍລະດົກວັດທະນະທຳ, ເສີມສ້າງຊີວິດຄວາມເປັນຢູ່ ແລະ ສ້າງອະນາຄົດທີ່ໝັ້ນຄົງ ແລະ ພຶ່ງພາຕົນເອງໄດ້.

Short Bio

Full name:

ປອ. ລຳເຜີຍ ແກ້ວສົມບັດ

Date of Birth:

Place of Birth:

Current Residence:

Education:

Current Profession:

ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ

Motto:

Share

Recent Champions