1. ເລືອກແນວພັນດີ
- ເລືອກເມັດພັນທີ່ສົມບູນ ແລະ ທົນຕໍ່ໂລກ
- ເລືອກພັນໃຫ້ເໝາະກັບຕະຫຼາດ ເຊັ່ນ ເຜັດນ້ອຍ, ເຜັດໃຫຍ່
2. ການກຽມດິນ
- ໄຖພວນດິນໃຫ້ລະອຽດ
- ຍົກໜານສູງ 20-30 ຊມ.
- ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກ 2-3 ກິໂລຕໍ່ຕາແມັດ
- ດິນຄວນລະບາຍນ້ຳດີ
3. ການເພາະກ້າ
- ແຊ່ແກ່ນໝາກເຜັດໃນນ້ຳ 4-6 ຊົ່ວໂມງ
- ຫວ່ານໃນຖາດເພາະ ຫຼື ແປງກ້າ
- ອາຍຸ 20-30 ວັນ ຫຼື ມີໃບແທ້ 4-6 ໃບ ຈຶ່ງຍ້າຍລົງປູກ
4. ການຍ້າຍປູກ
- ໄລຍະຫ່າງ 50 × 50 ຊມ. ຫຼື 60 × 60 ຊມ.
- ຄວນຍ້າຍປູກຕອນແລງ ຫຼື ມື້ທີ່ມີຝົນ ເພື່ອບໍ່ເນຮັດໃຫ້ເບ້ຍໝາກເຜັດຕາຍ
5. ການໃຫ້ນ້ຳ
- ໃຫ້ນ້ຳສະໝໍ່າສະເໝີ ແຕ່ບໍ່ໃຫ້ນ້ຳຂັງ
- ໄລຍະອອກດອກ ແລະ ຕິດໝາກ ຕ້ອງການນ້ຳຫຼາຍຂຶ້ນ
6. ປ້ອງກັນສັດຕູພືດ
- ກຳຈັດຫຍ້າຢ່າງສະໝ່ຳເສມ
- ກວດເບິ່ງເພ້ຍ, ແມງວັນຂາວ ແລະ ໜອນກິນໃບ
- ໃຊ້ຊີວະພັນ ຫຼື ສານສະກັດສະໝຸນໄພກ່ອນການໃຊ້ສານເຄມີ.
7. ການເກັບກ່ຽວ
- ເລີ່ມເກັບກ່ຽວໄດ້ປະມານ 70-90 ວັນ ຫຼັງຍ້າຍປູກ
- ເກັບທຸກ 5-7 ວັນ ເພື່ອກະຕຸ້ນການອອກໝາກໃໝ່
ເຄັດລັບ: ການຄຸມດິນດ້ວຍເຟືອງ ຫຼື ພລາສຕິກຄຸມໜານ ຈະຊ່ວຍຮັກສາຄວາມຊຸ່ມ, ຫຼຸດຫຍ້າ ແລະ ເພີ່ມຜົນຜະລິດໄດ້ດີ. 🌶️