ຂັ້ນຕອນ ແລະ ວິທີການເຮັດໜໍ່ແຫ້ງ

ເປັນອີກໜຶ່ງວິທີທີ່ຖະໜອມອາຫານແບບພື້ນບ້ານ

ການເຮັດໜໍ່ແຫ້ງແມ່ນວິທີຖະໜອມອາຫານທີ່ຊ່ວຍຍືດອາຍຸການເກັບຮັກສາ, ຫຼຸດການສູນເສຍຜົນຜະລິດ, ເພີ່ມມູນຄ່າສິນຄ້າ ແລະ ເຮັດໃຫ້ສາມາດບໍລິໂພກໜໍ່ໄມ້ໄດ້ຕະຫຼອດປີ. ເນື່ອງຈາກວ່າເມື່ອຮອດລະດູຝົນໜໍ່ໄມ້ຈະອອກຫຼາຍ ຖ້າບໍ່ຖະໜອມຈະເນົ່າເສຍໄດ້ງ່າຍ. ການຕາກແຫ້ງເປັນອີກໜຶ່ງວິທີທີ່ຊ່ວຍຫຼຸດການສູນເສຍຜົນຜະລິດ.

ວັດຖຸດິບ

  • ໜໍ່ໄມ້ອ່ອນ 5 ກິໂລກຣາມ
  • ນ້ຳສະອາດ

ວິທີເຮັດ

  • ປອກເປືອກໜໍ່ໄມ້ອອກ ແລ້ວລ້າງໃຫ້ສະອາດ.
  • ຊອຍເປັນເສັ້ນບາງໆ ຫຼື ຕາມຂະໜາດທີ່ຕ້ອງການ.
  •  ຕົ້ມນ້ຳໃຫ້ເດືອດ.
  • ໃສ່ໜໍ່ໄມ້ທີ່ຊອຍໄວ້ນັ້ນລົງຕົ້ມປະມານ 10–15 ນາທີ ເພື່ອຫຼຸດຄວາມຂົມ.
  • ຈາກນັ້ນນຳຂຶ້ນຈາກໝໍ້ ແລ້ວປະໄວ້ໃຫ້ເຢັນ ແລະ ບີບນ້ຳອອກໃຫ້ໝົດ.
  • ນໍາເອົາໜໍ່ໄມ້ໄປຍາຍໃສ່ແຕະຕາກແດດແຮງ 2–4 ມື້ ຈົນແຫ້ງດີ.
  •  ກັບໜໍ່ໄມ້ເປັນໄລຍະເພື່ອໃຫ້ແຫ້ງສະເໝີກັນ.
  • ກາງຄືນເກັບເຂົ້າໃນບ່ອນແຫ້ງ ເພື່ອປ້ອງກັນນ້ຳຄ້າງ.

ເກັບຮັກສາ

  • ເມື່ອໜໍ່ໄມ້ແຫ້ງສະນິດ ໃຫ້ເກັບໃສ່ຖົງຊິບ ຫຼື ພາຊະນະປິດສະໜິດ.
  • ເກັບໄວ້ໃນບ່ອນແຫ້ງ ແລະ ເຢັນ ສາມາດເກັບໄດ້ 6–12 ເດືອນ.

ເຄັດລັບ: ຖ້າຕາກນໍາໃຊ້ຕູ້ອົບແຫ້ງ ທີ່ອຸນຫະພູມ 55–60°C ຈະໄດ້ໜໍ່ໄມ້ແຫ້ງທີ່ມີສີງາມ, ສີສະເໜີກັນ ແລະ ໄດ້ຄຸນນະພາບສະເໝີກັນ.

Share

Recent Stories