ຄຳພູ ພັນທະບູນ

ຈາກຜູ້ບຸກເບີກດ້ານກະສິກຳ ສູ່ຜູ້ນຳກຸ່ມຜະລິດກະສິກຳອິນຊີໂນນແຕ້

ທ່ານ ຄຳພູ ພັນທະບູນ ໄດ້ເລີ່ມຕົ້ນເສັ້ນທາງການເຮັດກະສິກຳອິນຊີໂດຍບໍ່ໄດ້ມີການຝຶກອົບຮົມມາກ່ອນ. ເຊັ່ນດຽວກັບຊາວກະສິກອນຫຼາຍຄົນ, ລາວອາໄສວິທີການເຮັດກະສິກຳແບບດັ້ງເດີມ ແລະ ຮຽນຮູ້ຈາກປະສົບການໂດຍກົງ.

ໃນຊ່ວງປີ 2004–2005 ດ້ວຍການສະໜັບສະໜູນຈາກໂຄງການຂອງ Helvetas, ທ່ານ ຄຳພູ ໄດ້ເຮັດສວນກະສິກຳອິນຊີຢູ່ທີ່ບ້ານຂອງຕົນ. ດ້ວຍການລົງມືປະຕິບັດ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ພ້ອມທັງໄດ້ພັດທະນາທັກສະດ້ານກະສິກຳອິນຊີ ແລະ ໄດ້ແບ່ງປັນຄວາມຮູ້ໃຫ້ແກ່ຊາວກະສິກອນຄົນອື່ນ. ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມມີນໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມເຄົາລົບຈາກຊຸມຊົນ ຈົນກາຍເປັນຜູ້ນຳດ້ານກະສິກຳອິນຊີໃນທ້ອງຖິ່ນ.

ໃນປີ 2006 ໂຄງການຍັງໄດ້ສະໜັບສະໜູນການສ້າງຕັ້ງ ກຸ່ມຜະລິດກະສິກຳອິນຊີໂນນແຕ້, ເຊິ່ງເລີ່ມຕົ້ນຈາກພຽງ 7 ຄອບຄົວເທົ່ານັ້ນ. ເມື່ອຄວາມຕ້ອງການຜະລິດຕະພັນອິນຊີເພີ່ມຂຶ້ນ ຈຶ່ງມີຊາວກະສິກອນສົນໃຈເຂົ້າຮ່ວມກຸ່ມຫຼາຍຂຶ້ນ. ເພື່ອຮັກສາຄຸນນະພາບຂອງສິນຄ້າກະສິກຳອິນຊີ, ພະແນກກະສິກຳຈຶ່ງໄດ້ດຳເນີນການກວດສອບແບບສຸ່ມທຸກໆ 2 ເດືອນ.

ເຖິງແມ່ນວ່າໂຄງການ Helvetas ໄດ້ສິ້ນສຸດລົງໃນປີ 2021, ແຕ່ກຸ່ມຜະລິດກະສິກຳອິນຊີໂນນແຕ້ຍັງຄົງດຳເນີນການຕໍ່ໄປ ແລະ ເຕີບໂຕໄດ້ດ້ວຍຕົນເອງ. ເສັ້ນທາງຂອງທ່ານ ຄຳພູ ສະແດງໃຫ້ເຫັນວ່າ ການຮຽນຮູ້ຢ່າງຕໍ່ເນື່ອງ, ການເປັນຜູ້ນຳທີ່ເຂັ້ມແຂງ ແລະ ການຮ່ວມມືຂອງຄົນໃນຊຸມຊົນ ສາມາດສ້າງການປ່ຽນແປງທີ່ຍືນຍົງ ແລະ ເປັນແຮງບັນດານໃຈໃຫ້ຜູ້ອື່ນຫັນມາເຮັດກະສິກຳອິນຊີ.

Short Bio

Full name:

ທ່ານ ຄຳພູ ພັນທະບູນ

Date of Birth:

Place of Birth:

Current Residence:

Education:

Current Profession:

ຫົວໜ້າກຸ່ມຜະລິດກະສິກຳອິນຊີໂນນແຕ້

Motto:

Share

Recent Champions