ນ້ຳໝາກອຶ

ນ້ຳໝາກອຶ: ເຄື່ອງດື່ມສຸຂະພາບຈາກພືດທ້ອງຖິ່ນ

ນ້ຳໝາກອຶບໍ່ພຽງແຕ່ເປັນເຄື່ອງດື່ມລົດຊາດດີ ແຕ່ຍັງເປັນອາຫານທີ່ຊ່ວຍເພີ່ມສານອາຫານ, ຊ່ວຍຟື້ນບຳລຸງສຸຂະພາບຜີວ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ
ວິທີເຮັດນ້ຳໝາກອຶ
ສ່ວນປະສົມ

  • ໝາກອຶສຸກ 500 ກຣາມ
  • ນ້ຳສະອາດ 500–700 ມິລີລິດ
  • ນ້ຳຕານ ຫຼື ນ້ຳເຜິ້ງ (ຕາມຄວາມມັກ)
  • ເກືອປະມານ 1 ຈິບ

ວິທີເຮັດ:

  1. ປອກເປືອກໝາກອຶ ແລະ ເອົາແກ່ນອອກ ແລ້ວຫັ່ນເປັນຕ່ອນນ້ອຍໆ.
  2. ຈາກນັ້ນນໍາເອົາໝາກອຶ ໄປລ້າງນໍ້າໃຫ້ສະອາດ
  3. ນຳໝາກອຶໄປນຶ່ງ ຫຼື ຕົ້ມຈົນສຸກ (ປະມານ 15–30 ນາທີ).
  4. ນຳໝາກອຶທີ່ສຸກແລ້ວໄປປັ່ນກັບນ້ຳສະອາດຈົນລະອຽດ.
  5. ເທໃສ່ໝໍ້ ແລ້ວຕົ້ມອີກຄັ້ງດ້ວຍໄຟອ່ອນ.
  6. ປຸງລົດດ້ວຍນ້ຳຕານ ແລະ ເກືອເລັກນ້ອຍເພື່ອຕັດຄວາມຫວານ
  7. ປະໄວ້ໃຫ້ເຢັນ ແລ້ວສາມາດຮັບປະທານໄດ້.

ເຄັດລັບ:
ໝາກອຶມີລົດຫວານຕາມທຳມະຊາດ ສາມາດຫຼຸດນ້ຳຕານໄດ້

Share

Related Species

Recent Stories