ກິນ ແກງກະດູກງົວໃສ່ໃບໝາກນອດ ບໍ່ພຽງແຕ່ແຊບ ແຕ່ຍັງມີຄຸນຄ່າທາງໂພຊະນາການຫຼາຍຢ່າງ:
- ກະດູກງົວ ໃຫ້ໂປຣຕີນ, ຄໍລາເຈນ ຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານ ແລະ ອີ່ມທ້ອງ.
- ໃບໝາກນອດ ເປັນຜັກພື້ນບ້ານທີ່ອຸດົມດ້ວຍ:
- ວິຕາມິນ A ຊ່ວຍບຳລຸງສາຍຕາ.
- ວິຕາມິນ C ຊ່ວຍເສີມພູມຄຸ້ມກັນ.
- ເສັ້ນໃຍອາຫານ ຊ່ວຍໃຫ້ການຂັບຖ່າຍດີ.
ວັດຖຸດິບ
- ກະດູກງົວ 700 ກຣາມ – 1 ກິໂລ (ກະດູກຂາ ຫຼື ກະດູກຂ້າງ)
- ໃບໝາກນອດອ່ອນ 2–3 ກຳ
- ໝາກເຜັດສົດ 2-3 ໜ່ວຍ (ຕາມມັກ)
- ເກືອ 1 ບ່ວງຊາ
- ຜົງປຸງລົດ 1 ບ່ວງຊາ (ຖ້າຕ້ອງການ)
- ນ້ຳສະອາດ 2-2.5 ລິດ
ວິທີເຮັດ
- ລ້າງກະດູກໃຫ້ສະອາດ. ລວກນ້ຳຮ້ອນປະມານ 3-5 ນາທີ ແລ້ວລ້າງອີກຄັ້ງ ເພື່ອໃຫ້ນ້ຳແກງໃສ.
- ຕົ້ມນໍ້າໃຫ້ເດືອດ ແລ້ວເອົາກະດູກລົງໄປຕົ້ມ ປະມານ 1.5–2 ຊົ່ວໂມງ ຈົນຊີ້ນເປື່ອຍ.
- ໃສ່ເຄື່ອງປຸງທີ່ກະກຽມໄວ້ລົງໃນໝໍ້ ແລະ ຊິມລົດໃຫ້ໄດ້ຕາມໃຈມັກ.
- ລ້າງໃບໝາກນອດ ແລະ ເດັດເອົາແຕ່ໃບ, ຍອດອ່ອນ ໃສ່ລົງໝໍ້ ແລະ ຕົ້ມອີກ 3-5 ນາທີ ພໍໃບໝາກນອດສຸກ.
- ແລ້ວຕັກເສີບຮ້ອນໆ.