ແກງກະດູກງົວໃສ່ໃບໝາກນອດ

ເປັນອາຫານທີ່ມີຄົນນິຍົມເຮັດກິນ ເນື່ອງຈາກວ່ານ້ຳແກງຫວານຈາກການຕົ້ມກະດູກ ແລະ ມີຄວາມຂົມອ່ອນໆຂອງໃບໝາກນອດ

ກິນ ແກງກະດູກງົວໃສ່ໃບໝາກນອດ ບໍ່ພຽງແຕ່ແຊບ ແຕ່ຍັງມີຄຸນຄ່າທາງໂພຊະນາການຫຼາຍຢ່າງ:

  • ກະດູກງົວ ໃຫ້ໂປຣຕີນ, ຄໍລາເຈນ ຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານ ແລະ ອີ່ມທ້ອງ.
  • ໃບໝາກນອດ ເປັນຜັກພື້ນບ້ານທີ່ອຸດົມດ້ວຍ:
    • ວິຕາມິນ A ຊ່ວຍບຳລຸງສາຍຕາ.
    • ວິຕາມິນ C ຊ່ວຍເສີມພູມຄຸ້ມກັນ.
    • ເສັ້ນໃຍອາຫານ ຊ່ວຍໃຫ້ການຂັບຖ່າຍດີ.

ວັດຖຸດິບ

    • ກະດູກງົວ 700 ກຣາມ – 1 ກິໂລ (ກະດູກຂາ ຫຼື ກະດູກຂ້າງ)
    • ໃບໝາກນອດອ່ອນ 2–3 ກຳ
    • ໝາກເຜັດສົດ 2-3 ໜ່ວຍ (ຕາມມັກ)
    • ເກືອ 1 ບ່ວງຊາ
    • ຜົງປຸງລົດ  1 ບ່ວງຊາ (ຖ້າຕ້ອງການ)
    • ນ້ຳສະອາດ 2-2.5 ລິດ

ວິທີເຮັດ

  1. ລ້າງກະດູກໃຫ້ສະອາດ. ລວກນ້ຳຮ້ອນປະມານ 3-5 ນາທີ ແລ້ວລ້າງອີກຄັ້ງ ເພື່ອໃຫ້ນ້ຳແກງໃສ.
  2. ຕົ້ມນໍ້າໃຫ້ເດືອດ ແລ້ວເອົາກະດູກລົງໄປຕົ້ມ ປະມານ 1.5–2 ຊົ່ວໂມງ ຈົນຊີ້ນເປື່ອຍ.
  3. ໃສ່ເຄື່ອງປຸງທີ່ກະກຽມໄວ້ລົງໃນໝໍ້ ແລະ ຊິມລົດໃຫ້ໄດ້ຕາມໃຈມັກ.
  4. ລ້າງໃບໝາກນອດ ແລະ ເດັດເອົາແຕ່ໃບ, ຍອດອ່ອນ ໃສ່ລົງໝໍ້ ແລະ ຕົ້ມອີກ 3-5 ນາທີ ພໍໃບໝາກນອດສຸກ.
  5. ແລ້ວຕັກເສີບຮ້ອນໆ.
Share

Related Species

Recent Stories