October 15, 2026

ວິທີເຮັດນ້ຳ ຫຼື ວຸ້ນຈາກໃບໝໍນ້ອຍ (ເຄືອໝານ້ອຍ)
ການເຮັດນ້ຳ ຫຼື ວຸ້ນໃບໝໍນ້ອຍ ເປັນວິທີນຳໃຊ້ພືດພື້ນບ້ານມາປຸງແຕ່ງ. ຕາມພູມປັນຍາພື້ນບ້ານ ພືດຊະນິດນີ້ມີລັກສະນະເຢັນ ແລະ ນິຍົມນຳມາປຸງເປັນອາຫານຫຼາຍຮູບແບບ. ການເຮັດວຸ້ນຈາກໃບໝໍນ້ອຍບໍ່ຈຳເປັນຕ້ອງໃຊ້ຜົງວຸ້ນ ຫຼື ແປ້ງ ໂດຍມີຂັ້ນຕອນງ່າຍໆ ດັ່ງນີ້.
ວັດຖຸດິບ
ໃບໝໍນ້ອຍສົດ ປະມານ 1–2 ກຳມື
ນ້ຳສະອາດ 3-5 ຈອກ
ຜ້າຂາວບາງສຳລັບກອງ
ນ້ຳຕານ, ນ້ຳກະທິ ຕາມຄວາມມັກ
ວິທີເຮັດ:
ເກັບໃບໝໍນ້ອຍທີ່ສົດ, ສະອາດ ແລະ ແກ່ພໍດີ ໂດຍເລືອກໃບທີ່ມີສີຂຽວເຂັ້ມ.
ນຳໃບມາລ້າງນ້ຳໃຫ້ສະອາດ ແລ້ວປະໃຫ້ສະເດັດນ້ຳ.
ນຳໃບໝໍນ້ອຍໃສ່ໃນຊາມ ຫຼື ພາຊະນະທີ່ສະອາດ.
ເຕີມນ້ຳສະອາດລົງໄປເລັກນ້ອຍ.
ໃຊ້ມືຄັ່ນໃບໝໍນ້ອຍໃຫ້ຕໍ່ເນື່ອງ ຄ້າຍກັບການຄັ້ນກະທິ ຈົນເຮັດໃຫ້ນ້ຳມີສີຂຽວເຂັ້ມ.
ນຳນ້ຳທີ່ຄັ້ນໄດ້ມາກອງຜ່ານຜ້າຂາວບາງ ເພື່ອແຍກກາກໃບ ແລະ ເສດໃບອອກ.
ບີບນ້ຳທີ່ຍັງເຫຼືອໃນຜ້າອອກໃຫ້ໝົດ.
ຖອກນ້ຳທີ່ກອງແລ້ວໃສ່ພາຊະນະທີ່ສະອາດ.
ປະໄວ້ໃນອຸນຫະພູມຫ້ອງປະມານ 15-30 ນາທີ ເພື່ອລໍຖ້າໃຫ້ມັນຈັບຕົວກັນ.
ເມື່ອເຊັດຕົວດີແລ້ວ ຈະໄດ້ວຸ້ນສີຂຽວທີ່ສາມາດນຳໄປປຸງເປັນນໍ້າຫວານໄດ້.


