ແກງເຫັດເຟືອງໃສ່ຜັກຫວານ ເປັນອາຫານລາວພື້ນບ້ານທີ່ເຮັດງ່າຍ, ມີລົດຊາດແຊບ, ນ້ຳແກງໃສ ແລະ ມີກິ່ນຫອມຈາກສະໝຸນໄພ ເໝາະສຳລັບກິນກັບເຂົ້າໜຽວຮ້ອນໆ.
ສ່ວນປະສົມ
- ເຫັດເຟືອງ 0,5 ກິໂລ
- ຜັກຫວານ ຕາມໃຈມັກ ເລືອກເອົາຍອດອ່ອນ ແລະ ໃບອ່ອນ
- ຫົວສີໄຄ 1-2 ຕົ້ນ
- ນ້ຳປາແດກ 2-3 ບ່ວງແກງ
- ເກືອ 1/2 ບ່ວງກາເຟ
- ຜົງປຸງລົດ 1/2 ບ່ວງກາເຟ
- ນ້ຳສະອາດ 1 ລິດ ສຳລັບຕົ້ມແກງ
ວິທີເຮັດ
- ຕັ້ງໝໍ້ໃສ່ນ້ຳສະອາດໃຫ້ຟົດ ແລ້ວໃສ່ຫົວສີໄຄທີ່ທຸບໃຫ້ແຕກ ແລະ ຕັດເປັນທ່ອນລົງໄປ ແລະ ໝາກເຜັດທີ່ຊອຍໄວ້. ຕົ້ມຈົນມີກິ່ນຫອມຂອງເຄື່ອງສະໝຸນໄພ.
- ໃສ່ນ້ຳປາແດກ ແລະ ເກືອ ຈາກນັ້ນປຸງດ້ວຍຜົງປຸງລົດ ຊີມລົດຊາດໃຫ້ໄດ້ຕາມໃຈມັກ.
- ເມື່ອນ້ຳແກງຟົດ ໃຫ້ໃສ່ເຫັດເຟືອງທີ່ລ້າງນໍ້າສະອາດ ແລະ ຜ່າເຄິ່ງ ລົງໄປ. ຕົ້ມປະມານ 10-15 ນາທີ ຫຼື ຈົນກວ່າເຫັດຈະສຸກ.
- ໃສ່ຜັກຫວານລົງໄປ ແລ້ວຄົນເບົາໆໃຫ້ຜັກຍຸບພໍດີ. ຈາກນັ້ນປິດໄຟທັນທີ.
- ບໍ່ຄວນຕົ້ມຜັກດົນເກີນໄປ ເພື່ອໃຫ້ຜັກຍັງຄົງສີຂຽວ ແລະ ບໍ່ສຸກຈົນເປື່ອຍເກີນໄປ.