Skip to content
ລາວ
English
Facebook-f
Youtube
X-twitter
Envelope
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
X
ໜ້າຫຼັກ
ຄົ້ນຫາຄວາມຮູ້ໃໝ່
ຊະນິດພັນ
ນັກຊີວະນາໆພັນກະສິກຳຕົວແບບ
ຫໍສະໝຸດ
ເລື່ອງເລົ່າ
ເຮືອນຄົວລາວ
ຂ່າວສານ
ກ່ຽວກັບ
ກ່ຽວກັບພາເຂົ້າລາວ
ຊີວະນາໆພັນກະສິກຳແມ່ນຫຍັງ?
ທີມງານຂອງພວກເຮົາ
ຄູ່ຮ່ວມງານ ແລະ ຜູ້ປະກອບສ່ວນ
ປະກອບສ່ວນຄຳຄິດເຫັນເພີ່ມເຕີມ
X
Home
»
ເລື່ອງເລົ່າ
»
ໝົກໄຂ່ປາ
ໝົກໄຂ່ປາ
Last updated on October 10, 2025
(first published: October 10, 2025)
by Andy Souvanphakdy
ອາຫານຄາວ
ໝົກໄຂ່ປາ ອາຫານຕາມລະດູການ ຕາມວິທີການປຸງແຕ່ງພື້ນເມືອງແລ້ວ ເພື່ອບໍ່ໃຫ້ມີກິ່ນຄາວ ແລະ ເພີ່ມກິ່ນຫອມໃຫ້ອາຫານ ຜູ້ຄົນກໍຈະປຸງແຕ່ງດ້ວຍພືດສະໝຸນໄພຕ່າງໆທີ່ຫາໄດ້ຕາມຮົ້ວສວນ ຖືໄດ້ວ່າເປັນອາຫານທີ່ເຮັດງ່າຍ ແລະ ຍັງໄດ້ປະໂຫຍດຈາກການຮັບປະທານສະໝຸນໄພອີກດ້ວຍ
ສ່ວນປະກອບ
ໄຂ່ປາ 1 ຖ້ວຍນ້ອຍ
ໃບຂີ້ຫູດ 3 ໃບ
ຜັກຊີ 1 ມັດນ້ອຍ
ຜັກອີຕູ່ 1 ມັດນ້ອຍ
ຫອມບົ່ວໃບ 1 ມັດນ້ອຍ
ຫອມບົ່ວແຫ້ງ 3 ຫົວ
ຫົວສີໄຄ 2 ຫົວ
ຂ່າ 3 ປ່ຽງນ້ອຍ
ໝາກເຜັດດິບ 7-10 ໝາກ
ໄຂ່ໄກ່ 1 ໜ່ວຍ
ເຂົ້າເບືືືືອ 1 ບ່ວງແກງ
ໃບຕອງ
ວິທີປຸງແຕ່ງ
ກຽມໝໍ້ສຳລັບໜື້ງ
ລ້າງຜັກຊີ,ຜັກນາງຕູ່ດຫອມບົ່ວໃບ ໃຫ້ສະອາດ ແລ້ວຊອຍຂະໜາດພໍດີ
ລ້າງໄຂ່ ໃຫ້ສະອາດ
ຕຳຫອມບົ່ວແຫ້ງ,ຫົວສີໄຄ,ຂ່າ ໃຫ້ລະອຽດ
ເອົາໄຂ່ປາ,ໄຂ່ໄກ່,ເຄື່ອງທີ່ຕຳ,ເຂົ້າເບື່ອ,ໝາກເຜັດ,ໃບຂີ້ຫູດ ແລະ ຫອມ ມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ
ນຳໃບຕອງມາຫໍ່ ແລ້ວໄປໜື້້ງ ໄຊ້ໄຟແຮງ, ໜື້້ງປະມານ 45 -60 ນາທີ ຫຼື ຈົນກວ່າໜົກຈະສຸກດີ
ແນະນຳ:
ສາມາດນໍ້າໄປປີ້ງແທນການໜຶ້ງໄດ້ ແຕ່ຈະຕ້ອງໄດ້ເຝົ້າຢູ່ຕະຫຼອດເວລາເພື່ອຄວບຄຸມໄຟບໍ່ໃຫ້ໄໝ້ໝົກ
ວິທີການປີ້ງຈະເຮັດໃຫ້ອາຫານມີກິ່ນຫອມຫຼາຍຂຶ້ນ
Share
Prev
Previous
ເຂົ້າແດກງາ ຫຼື ເຂົ້າຕໍາງາ
Next
ປີ້ງໄກ່ທາປາແດກ
Next
See also
Picture sources
ເອາະໄຂ່ປາ
PICTURE SOURCES2
ໝົກໄຂ່ປາ
Mok khai pa
Recent Stories
ການປູກຖົ່ວດິນ
August 25, 2025
ຢາໄລ່ແມງໄມ້ຊີວະພາບ
August 25, 2025
ສວນອິນຊີແບບປະສົມປະສານ
August 25, 2025
ການເຮັດຝຸ່ນບົ່ມ
August 25, 2025
ການປູກກາເຟກ້ອງຮົ່ມໄມ້
August 25, 2025