ນ້ຳມັນງາລາວ

ນ້ຳມັນງາລາວ ຜະລິດຈາກເມັດງາ ທີ່ປູກພາຍໃນປະເທດ ໂດຍໃຊ້ວິທີການສະກັດເຢັນ (cold-press) ແລະ ບໍ່ໃສ່ສານເຄມີກັນບູດ ຫຼື ສານແຕ່ງສີໃດໆ ທ່ານ ວຽງສະຫວັດ ວິໄລທອງ ເປັນຜູ້ທີ່ໃຫ້ຄວາມສຳຄັນກັບສຸຂະພາບ ແລະ ໄດ້ສັງເກດເຫັນວ່າ ຜູ້ບໍລິໂພກຊາວລາວເລີ່ມໃຫ້ຄວາມສົນໃຈກັບອາຫານເພື່ອສຸຂະພາບຫຼາຍຂຶ້ນ, ແຕ່ຢ່າງໃດກໍຕາມ ທາງເລືອກຂອງຜະລິດຕະພັນທີ່ມີໂພຊະນາການສູງ ໂດຍສະເພາະນ້ຳມັນ ຍັງມີຂໍ້ຈຳກັດ ເຖິງແມ່ນວ່າ ນ້ຳມັນມະໝາກກອກສົດ (olive oil) ຈະເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງວ່າມີປະໂຫຍດຕໍ່ສຸຂະພາບ ແຕ່ດ້ວຍລາຄາທີ່ສູງ ເຮັດໃຫ້ຫຼາຍໆຄົວເຮືອນ ບໍ່ສາມາດເຂົ້າເຖິງໄດ້ ແລະ ກໍບໍ່ສາມາດຜະລິດໃນປະເທດລາວໄດ້. ທ່ານວຽງສະຫວັດ ໄດ້ເຫັນວ່າ ເມັດງາເຊັ່ນ: ງາຈຽງ, ງາຂາວ ແລະ ງາດຳ ທີ່ປູກກັນມາແຕ່ດັ່ງເດີມໃນບ້ານເຮົາ ມີຄຸນຄ່າທາງໂພຊະນາການ ແລະ ປະໂຫຍດຕໍ່ສຸຂະພາບໃກ້ຄຽງກັນ. ໃນອະດີດ ຊາວລາວຍັງເຄີຍນຳເມັດງາເຫຼົ່ານີ້ມາໃຊ້ເພື່ອບຳລຸງກະດູກ. ດ້ວຍແຮງບັນດານໃຈນີ້ ທ່ານໄດ້ອຸທິດເວລາຮຽນຮູ້ກະບວນການສະກັດເຢັນ ແລະ ຜະລິດນ້ຳມັນງາດ້ວຍຕົນເອງ ໂດຍບໍ່ໃສ່ສານເຄມີ ຫຼື ສານແຕ່ງສີ. ຫຼັງຈາກການທົດລອງ ແລະ ພັດທະນາມາປະມານ 5 ປີ […]

ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ

ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ,  ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]

ສວນປັນຍານິເວດ: ສົ່ງເສີມກະສິກຳຢ່າງຍືນຍົງໃຫ້ແກ່ຊາວໜຸ່ມລາວ

ສວນປັນຍານິເວດ ຕັ້ງຢູ່ບ້ານຊໍາເກດ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ    ໄດ້ເລີ່ມດຳເນີນກິດຈະກຳຕັ້ງແຕ່ປີ 2008 ແລະ ໄດ້ຈົດທະບຽນເປັນບໍລິສັດກະສິກຳຢ່າງເປັນທາງການໃນປີ 2016. ສວນ ເນັ້ນໃສ່ການຜະລິດແບບອິນຊີ, ການຈຳໜ່າຍຂາຍປີກ ແລະ ຂາຍສົ່ງ ເຊິ່ງມີຜະລິດຕະພັນຫຼັກແມ່ນຜັກສວນຄົວ, ເຂົ້າ ແລະ ເຫັດນາງລົມ. ນອກຈາກນັ້ນ ສວນຍັງຈັດໂຄງການຮຽນຮູ້ທາງດ້ານກະສິກຳ ແລະ ການປຸງແຕ່ງອາຫານພື້ນເມືອງ, ພ້ອມທັງກິດຈະກຳສິນລະປະ ແລະ ຫັດຖະກຳຢ່າງມີສະຕິ. ຜູ້ຢ້ຽມຊົມສາມາດຮຽນຮູ້ການຈຳແນກຊະນິດພັນພືດນານາຊະນິດ ແລະ ເກັບຜັກສົດໆໄດ້ໂດຍກົງຈາກສວນ “ຈາກສວນສູ່ໂຕະອາຫານ” ແມ່ນຄຳຂວັນຂອງສວນປັນຍານິເວດ. ທ່ານນາງ ສົມຈິດ ພັນຄຳ (ຊື່ຫຼິ້ນ: ຈິດ) ເຈົ້າຂອງສວນປັນຍານິເວດ ບໍ່ພຽງແຕ່ສ້າງສວນກະສິກຳເພື່ອປູກພືດທີ່ທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳອາຫານປ່າມາພັດທະນາເປັນພືດປູກໃນສວນ, ແຕ່ຍັງເພີ່ມມູນຄ່າໃຫ້ແກ່ພືດທ້ອງຖິ່ນ ແລະ ຖ່າຍທອດຄວາມຮູ້ດ້ານພືດພັນ ແລະ ອາຫານລາວໃຫ້ແກ່ຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ. ເອື້ອຍຈິດມີຄວາມສົນໃຈຂອງຕໍ່ກັບເມັດພັນ, ດິນ ແລະ ອາຫານ, ລາວ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງປະເທດລາວຈຶ່ງຕ້ອງນຳເຂົ້າພືດຜົນຜະລິດກະສິກຳ ໃນຂະນະທີ່ມີທີ່ດິນກະສິກຳອຸດົມສົມບູນ    ເປັນເວລາກວ່າ […]

ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]

ປອ. ຄຳຫຼ້າ ອິນຄະວິໄລ

ຮອງຫົວໜ້າຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ, ຜູ້ອຳນວຍການສູນຄວາມເປັນເລີດດ້ານຊີວະນາໆພັນ ມະຫາວິທະຍາໄລແຫ່ງຊາດລາວ. ສູນ​ຄວາມ​ເປັນ​ເລີດ​ດ້ານຊີວະນາໆພັນ ຂຽນຫຍໍ້ວ່າ “ສຊພ” ມີພາລະບົດໃນການ​ຄົ້ນ​ຄວ້າ, ການສອນ ແລະ ການຝຶກອົບຮົມທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການອະນຸລັກ. ຫ້ອງການຄົ້ນຄ້ວາວິທະຍາສາດ ແລະ ບໍລິການວິຊາການ ຍັງມີບົດບາດສໍາຄັນໃນວຽກງານການຄຸ້ມຄອງຊັບສິນທາງປັນຍາ, ວຽກງານແຜນການ-ການຮ່ວມມື ຄຽງຄູ່ໄປກັບການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພ້ອມທັງ ຊີ້ນໍາ ແລະ ຄຸ້ມຄອງວຽກງານຂອງສູນຄົ້ນຄວ້າຈີນ ແລະ ສູນຄົ້ນຄວ້າອື່ນໆຂອງ ມະຫາວິທະຍາໄລແຫ່ງຊາດລາວ.     ປອ. ຄຳຫຼ້າ ເປັນຜູ້ຊ່ຽວຊານດ້ານຊີວະນາໆພັນຫອຍທາກ ເຊິ່ງເປັນສາຂາການຄົ້ນຄວ້າທີ່ຍັງບໍ່ມີນັກວິທະຍາສາດຫຼາຍຄົນສຶກສາດ້ານນີ້ໂດຍສະເພາະ. ໃນປີ 2019, ລາວໄດ້ເຜີຍແຜ່ປຶ້ມທີ່ສຳຄັນ ທີ່ບັນທຶກ 231 ຊະນິດຂອງຫອຍທາກໃນລາວ, ເຊິ່ງໃນເມື່ອກ່ອນມີພຽງແຕ່ 79 ຊະນິດທີ່ໄດ້ບັນທຶກໄວ້ໃນເອກະສານ. ໃນວັນທີ 7 ຕຸລາ 2024, ລາວໄດ້ປະກາດຄົ້ນພົບ ຫອຍທາກໃໝ່ 2 ຊະນິດ, ເຊິ່ງເຮັດໃຫ້ໄດ້ເຫັນເຖິງຄວາມສຳຄັນທາງດ້ານນິເວດວິທະຍາຂອງລາວ. ຫອຍທາກມີບົດບາດສໍາຄັນໃນຕ່ອງໂສ້ ອາຫານ ແລະ […]

​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture

ທ່ານ ນາງ ວິໄລພອນ ສົມສະນິດ ໄດ້ເລີ່ມຜະລິດຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນທ້ອງຖິ່ນ ເພື່ອເປັນທາງເລືອກໃຫ້ແກ່ຜູ້ທີ່ສົນໃຈໃນການສ້າງທາງເລືອກກະສິກຳທີ່ດີຕໍ່ສຸຂະພາບ. ການລິເລີ່ມນີ້ເຮັດໃຫ້ຄົນທົ່ວໄປສາມາດເພີດເພີນກັບອາຫານແຊບ ຄຽງຄູ່ກັບການຮັບປະກັນຄວາມປອດໄພສໍາລັບການບໍລິໂພກ. ​ເພື່ອ​ສະໜັບສະໜູນ​​ພາລະກິດດັ່ງກ່າວ, ທ່ານ ວິໄລພອນ ຈຶ່ງໄດ້ກໍ່​ຕັ້ງ​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture, ​ເປັນ​ບໍລິສັດ​ທີ່​ມີເປົ້າໝາຍເພື່ອການ ​ຜະລິດ​ຝຸ່ນ​ຊີວະ​ພາບ​ເພື່ອ​ການ​ປູກຝັງ​ແບບ​ຍືນ​ຍົງ. ສຳລັບການຜະລິດແມ່ນໄດ້ນໍາໃຊ້ວັດຖຸດິບໃນທ້ອງຖິ່ນ ນັບຕັ້ງແຕ່ຊ່ວງ ທ້າຍປີ 2019ເປັນຕົ້ນມາ ເຊິ່ງເນັ້ນໝັກໃສ່ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ຝຸ່ນຊີວະພາບຂອງ I Love Agriculture ເໝາະກັບພືດພັນຕ່າງໆ ລວມທັງພືດຜັກທຸກຊະນິດ, ໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຍັງຊ່ວຍບຳລຸງດິນທີ່ເສື່ອມໂຊມ. ດ້ວຍເຫດຜົນດັ່ງກ່າວໃນປີ 2023, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີຂອງລາວ ຈາກກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ເຖິງແມ່ນວ່າບໍລິສັດ ຂ້ອຍຮັກກະສິກໍາໄດ້ບັນລຸຜົນສຳເລັດດັ່ງທີ່ກ່າວມາ, ແຕ່ກໍຍັງປະເຊີນກັບສິ່ງທ້າທາຍທາງທຸລະກິດຫຼາຍດ້ານ, ລວມທັງການຂາດແຄນວັດຖຸດິບ, ໂດຍສະເພາະແມ່ນແກບດໍາ ເນື່ອງຈາກ ວັດຖຸດິບມີຈຳກັດ ແລະ ມີຄວາມຕ້ອງການສູງ. ນອກ​ນີ້, ຍັງ​ຂາດ​ກຳລັງ​​ແຮງງານທີ່​ຍັງບໍ່ພຽງພໍ​ໃນ​ການ​ຜະລິດ.

ສາດສະດາຈານ ປອ ວິຈິດ ລຳໄຊ

ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]

ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ

ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ​ໃນ​ໄລຍະ​ນີ້, ​ໄດ້​ສຸມ​ໃສ່​ການຜະລິດ​ນ້ຳ​ເຜິ້ງ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ການ​ຝຶກ​ອົບຮົມ​ໃຫ້​ຜູ້​ລ້ຽງ​ເຜິ້ງ, ​ແລະ ດຳ​ເນີນ​ການ​ຄົ້ນຄວ້າ​ຕະຫຼາດ​ເພື່ອ​ຂະຫຍາຍ​ໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ,​ ສູນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ແບບ​ຍືນ​ຍົງ ພ້ອມ​ທັງ​ປະກອບສ່ວນ​ອະນຸລັກ​ສິ່ງ​ແວດ​ລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.​ດ້ວຍ​ການ​ກະ​ກຽມ ​ແລະ​ ຄວາມ​ມຸ່ງ​ຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ​ ຈະສາ​ມາດ​ຊ່ວຍ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຄຽງຄຸ່ໄປກັບຄວາມເພີດເພີນ​ ແລະ ຄວາມ​ສຸກຈາກ​ຜົນ​ປະ​ໂຫຍດ​ຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.

ປອ.ເພັດລາສີ ສຸລະເດດ

ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ,  ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ  ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.

ມະນີລາ ຈູນລະມູນຕີ

ມະນີລາ ຈູນລະມູນຕີ ສິລະປິນຜູ້ທີ່ຢູ່ເບື້ອງຫຼັງຂອງ ‘The Vientianist’ ຜູ້ທີ່ນໍາສະເໜີເຖິງຄວາມສຳຄັນຂອງວັດທະນະທຳລາວຜ່ານງານສິລິປະ. ມະນີລາເປັນນັກອອກແບບ ແລະ ນັກແຕ້ມຮູບອິດສະຫຼະ ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຄວາມລະອຽດສວຍງາມໃຫ້ກັບຖານຂໍ້ມູນຂອງພາເຂົ້າລາວ ໂດຍເນັ້ນນໍາສະເໜີເຖິງຄວາມຫຼາກຫຼາຍທາງດ້ານກະສິກໍາ ແລະ ປະເພນີທາງດ້ານການເຮັດອາຫານ. ຜົນງານຂອງລາວສະທ້ອນໃຫ້ເຫັນເຖິງການປະສົມປະສານແບບຕາເວັນຕົກ ແລະ ແບບວັດທະນະທຳລາວດັ່ງເດີມ, ສ້າງສັນເລື່ອງເລົ່າທີ່ໜ້າສົນໃຈເພື່ອເປັນການສະເຫຼີມສະຫຼອງມໍລະດົກລາວ. ມະນີລາ ໜຶ່ງໃນບຸກຄົນຕົວແບບທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳໃນຖານຂໍ້ມູນ ເນື່ອງຈາກຜົນງານສິລະປະຂອງລາວໄດ້ໃຫ້ທັດສະນະໃໝ່ໆຕໍ່ກັບຄວາມສໍາຄັນຕໍ່ການອະນຸລັກ ແລະ ສົ່ງເສີມຊີວະນາໆພັນຂອງລາວ ໂດຍສະເພາະແມ່ນດ້ານການເຮັດອາຫານ. ຮູບແຕ້ມຂອງມະນີລາບໍ່ພຽງແຕ່ໃຫ້ຄວາມງາມທາງຮູບພາບ ແຕ່ມັນຍັງເປັນການເລົ່າເລື່ອງທາງດ້ານວັດທະນະທໍາ ແລະ ການເຊື່ອມຕໍ່ລະຫວ່າງອາຫານ, ກະສິກໍາ ແລະ ປະເພນີ. ວຽກງານຂອງມະນີລາ ເປັນຈຸດເຊື່ອມສານລະຫວ່າງອະດີດ ແລະ ປັດຈຸບັນ, ເຊິ່ງປະສົມປະສານຄວາມງົດງາ ແບບດັ່ງເດີມ ແລະ ການອອກແບບຮ່ວມສະໄໝໄວ້ນຳກັນ ເພື່ອເພີ່ມຄວາມສົນໃຈຕໍ່ກັບຊີວະນາໆພັນຂອງລາວ ໂດຍ​ການນໍາເອົາ​​ອົງ​ປະ​ກອບ​ທາງດ້ານວັດ​ທະ​ນະ​ທໍາ​ ແລະ​ ລະບົບນິ​ເວດ ​ເຂົ້າໃນ​ການ​ສ້າງສັນຜົນງານ ເຊິ່ງມີບົດບາດສຳຄັນໃນການສົ່ງເສີມ, ປົກປັກຮັກສາ ແລະ ສະເຫຼີມສະຫຼອງຮີດຄອງປະເພນີ ທີ່ເປັນເອກະລັກຂອງລາວ.