ນັກຊີວະນາໆພັນກະສິກຳຕົວແບບ
ປະເທດລາວ ສູນລວມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳ ພວກເຮົາຂໍສະແດງຄວາມເຄົາລົບ ແລະ ນັບຖືມາຍັງບັນດາບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທີ່ອຸທິດຕົນຕໍ່ກັບວຽກງານດັ່ງກ່າວ. ທຸກພາກສ່ວນບໍ່ວ່າຈະເປັນ ຊາວກະສິກອນ, ນັກຄົ້ນຄວ້າ, ນັກອະນຸລັກ, ແລະ ຜູ້ນໍາຊຸມຊົນທຸກທ່ານ ລ້ວນແລ້ວແຕ່ມີຄວາມພະຍາຍາມທີ່ຈະຍົກສູງວຽກງານການປົກປັກຮັກສາ ແລະ ສົ່ງເສີມຊະນິດພັນພືດ ແລະ ສັດທີ່ເປັນເອກະລັກ ເຊິ່ງມີຄວາມສໍາຄັນຕໍ່ສິ່ງແວດລ້ອມ ແລະ ທໍາມະຊາດ, ການຄໍ້າປະກັນສະບຽງອາຫານ, ແລະ ມໍລະດົກວັດທະນະທໍາຂອງປະເທດ.
ດັ່ງນັ້ນ, ບໍລິບົດນີ້ຈຶ່ງມີຈຸດປະສົງທີ່ຈະຍົກສູງບົດບາດຄວາມສຳຄັນຂອງນັກພັດທະນາທາງດ້ານຊີວະນາໆພັນກະສິກຳລາວ. ທ່ານຈະໄດ້ສຳພັດກັບແຜນທີ່ ແລະ ປະສົບການກ່ຽວກັບການອຸທິດຕົນຕໍ່ກັບວຽກງານຂອງບຸກຄົນເຫຼົ່ານີ້ ເຊິ່ງແຕ່ລະທ່ານລ້ວນໄດ້ປະກອບສ່ວນເຂົ້າວຽກງານຢ່າງເປັນເອກະລັກ ຕໍ່ກັບຄວາມຍືນຍົງ ແລະ ການປັບຕົວຂອງຊຸມຊົນ
ສາມາດຄົ້ນຫາຂໍ້ມູນກ່ຽວກັບນັກຊີວະນາໆພັນກະສິກຳຕົວແບບ ຜູ້ທີ່ລິເລີ່ມບໍລິບົດເຫຼົ່ານີ້ໄດ້ໃນແຜນທີ່ດ້ານລຸ່ມ.











ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA)


ປີເຕີ (Peter Brakels)


ສົມຫວັງ ຄູນສົມເຮືອງ




ບຸນປະສັກໄຊ ຄຳພູມີ (ກົບ)
ຮູ້ຈັກ ແລະ ສຳພັດປະສົບການຕົວຈິງຈາກບຸກຄົນຕົວແບບ
ສຶກສາແຜນທີ່ ແລະ ສຳພັດປະສົບການ ຜົນຈາກຄວາມພະຍາຍາມເພື່ອການສົ່ງເສີມ ແລະ ພັດທະນາວຽກງານຊີວະນາໆພັນກະສິກຳ. ສາມາດໃຊ້ຕົວເລືອກການຄົ້ນຫາ ເພື່ອຄັດສັນສະເພາະຜົນໄດ້ຮັບທີ່ຕ້ອງການ. ຈຳນວນບຸກຄົນຕົວແບບທັງໝົດ: [ query:champion|count]


ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ
- ນະຄອນຫຼວງວຽງຈັນ
- Updated: 29-06-26
- (Published: 11-06-24)


