ແນະນໍາວິທີ ແລະ ຂັ້ນຕອນໃນການເຮັດກະເພົາໝູບົດ
ວັດຖຸດິບ
- ໝູບົດ 0,5 ກິໂລແກຣມ
- ໃບກະເພົາ 2 ກ້ານ
- ກະທຽມ 3-5 ກີບ
- ໝາກເຜັດ (ຕາມມັກ)
- ນ້ຳມັນພືດ 1 ບ່ວງແກງ
- ນ້ຳມັນຫອຍ 1 ບ່ວງແກງ
- ນ້ຳຕານ 1 ບ່ວງກາເຟ
- ແປງນົວ 1 ບ່ວງກາເຟ
- ນໍ້າສະອາດ 1 ຖ້ວຍຊຸບ
ວິທີເຮັດ
- ຕຳກະທຽມ ແລະ ໝາກເຜັດໃຫ້ລະອຽດ
- ຕັ້ງໝໍ້ແລ້ວໃສ່ນ້ຳມັນ ໃຊ້ໄຟແຮງ
- ໃສ່ກະທຽມ-ໝາກເຜັດລົງໄປຂົ້ວໃຫ້ຫອມ
- ໃສ່ໝູບົດລົງໄປຂົ້ວ 5-10 ນາທີ
- ປຸງລົດຊາດດ້ວຍ ນ້ຳມັນຫອຍ, ແປງນົວ ແລະ ນ້ຳຕານ
- ເພີ່ມນ້ຳສະອາດລົງໄປຂົ້ວໃຫ້ເຂົ້າກັນ
- ໃສ່ໃບກະເພົາລົງໄປແລ້ວຂົ້ວເຂົ້າກັນ
- ຊິມລົດຊາດ ຖ້າໄດ້ຕາມໃຈມັກສາມາດຕັກໃສ່ຈານພ້ອມຮັບປະທານ
ເຄັດລັບ
- ຂົ້ວໃນໄຟແຮງ ຈະເຮັດໃຫ້ຫອມ ແລະ ແຊບ
- ຢ່າຂົ້ວໃບກະເພົາດົນ ເພາະຈະເຮັດໃຫ້ກິ່ນໃບກະເພົາເໝັນ