ແນະນຳເມນູອາຫານບ້ານໆ ແຕ່ລົດຊາດຈັດເຕັມຄວາມແຊບ
“ເຂົ້າປຸ້ນແຈ່ວຂີງ” ທີ່ມີຄວາມຫອມຂອງຂີງ ປະສົມກັບລົດຊາດສົ້ມ-ເຄັມ-ເຜັດ ວິທີເຮັດກໍງ່າຍໆ:
ວັດຖຸດິບ
- ເສັ້ນເຂົ້າປຸ້ນ 1 ກິໂລແກຣມ
- ຂີງສົດ (ຫັ່ນຫຼືຕຳໃຫ້ລະອຽດ)
- ໝາກເຜັດດິບ 15-20 ໜ່ວຍ
- ນ້ຳປາ 2 ບ່ວງແກງ
- ໝາກນາວ 3 ໜ່ວຍ
- ນ້ຳຕານ 1 ບ່ວງແກງ
- ຫອມປ້ອມ 1 ມັດ
- ຜັກຫອມເປ 1 ມັດ
- ຖົ່ວງອກ (ຕາມມັກ)
- ຜັກກະລໍາ ເຄິ່ງຫົວ
- ຜັກກ້ານຈອງ 2 ມັດ
- ນໍ້າປາແດກສຸກ 1 ຖ້ວຍຊຸບ
ວິທີເຮັດ
- ຕັ້ງໝໍ້ຕົ້ມນໍ້າໃຫ້ຮ້ອນ ຈາກນັ້ນກໍເອົາເສັ້ນເຂົ້າປຸ້ນລົງໄປຕົ້ມ ປະມານ 10-15 ນາທີ
- ນໍາເອົາຜັກກະລໍາ ແລະ ຜັກກ້ານຈອງ ໄປລ້າງນໍ້າໃຫ້ສະອາດ ແລ້ວນໍາໄປລວກ
- ນໍາເອົາຫອມປ້ອມ, ຫອມເປໄປລ້າງນໍ້າໃຫ້ສະອາດ ຈາກນັ້ນກໍຊອຍເປັນຕ່ອນນ້ອຍຕາມໃຈມັກ
- ຕຳຂີງ ແລະ ໝາກເຜັດໃຫ້ລະອຽດ
- ຕື່ມນໍ້າອຸ່ນລົງໄປ ແລ້ວນໍາເອົາຂີງ ແລະ ໝາກເຜັດ
- ຈາກນັ້ນປຸງລົດຊາດດ້ວຍ ນ້ຳປາ, ນ້ຳມະນາວ, ນ້ຳຕານ, ແປງນົວ ແລະ ປາແດກ
- ຊິມລົດຊາດ ໃຫ້ອອກເປັນສົ້ມ-ເຄັມ-ຫວານກຳລັງດີ ຖ້າໄດ້ຕາມໃຈມັກສາມາດຕື່ມເສັ້ນເຂົ້າປຸ້ນ, ຜັກລວກທີ່ກຽມໄວ້ ແລະ ຖົ່ວງອກ, ຫອມປ້ອມ, ຫອມເປ ລົງໄປແລ້ວຄົນທຸກຢ່າງໃຫ້ເຂົ້າກັນ