ວິທີເຮັດ ກະເພົາໝູກອບ

ກະເພົາໝູກອບເປັນອີກໜຶ່ງເມນູທີ່ແຊບ ແລະ ເຮັດໄດ້ງ່າຍໆ ມື້ນີ້ພວກເຮົາຈະມາແນະນຳວິທີເຮັດແບບງ່າຍໆ

ແນະນໍາວິທີ ແລະ ຂັ້ນຕອນໃນການເຮັດກະເພົາໝູກອບ

ວັດຖຸດິບ

  • ໝູກອບ ຫັ່ນເປັນຕ່ອນພໍດີຄໍາ ຕາມໃຈມັກ
  • ໃບກະເພົາ 2-3 ກ້ານ
  • ກະທຽມ 3-5 ກີບ
  • ໝາກເຜັດ (ຕາມມັກ)
  • ນ້ຳມັນພືດ 1 ບ່ວງແກງ
  • ນ້ຳມັນຫອຍ  1 ບ່ວງແກງ
  • ນ້ຳຕານ 1 ບ່ວງກາເຟ
  • ແປງນົວ 1 ບ່ວງກາເຟ
  • ນໍ້າສະອາດ 1 ຖ້ວຍຊຸບ

ວິທີເຮັດ

  1. ຕຳກະທຽມ ແລະ ໝາກເຜັດໃຫ້ລະອຽດ
  2. ຕັ້ງໝໍ້ແລ້ວໃສ່ນ້ຳມັນ ໃຊ້ໄຟແຮງ
  3. ໃສ່ກະທຽມ-ໝາກເຜັດລົງໄປຂົ້ວໃຫ້ຫອມ
  4. ໃສ່ໝູກອບລົງໄປຂົ້ວ
  5. ປຸງລົດຊາດດ້ວຍ ນ້ຳມັນຫອຍ, ແປງນົວ ແລະ ນ້ຳຕານ
  6. ເພີ່ມນ້ຳສະອາດລົງໄປຂົ້ວໃຫ້ເຂົ້າກັນ
  7. ໃສ່ໃບກະເພົາລົງໄປ ແລ້ວຂົ້ວໃຫ້ເຂົ້າກັນ
  8. ຊິມລົດຊາດ ຖ້າໄດ້ຕາມໃຈມັກສາມາດຕັກໃສ່ຈານພ້ອມຮັບປະທານ

ເຄັດລັບ

  • ຂົ້ວໃນໄຟແຮງ ຈະເຮັດໃຫ້ຫອມ ແລະ ແຊບ
  • ຢ່າຂົ້ວໃບກະເພົາດົນ ເພາະຈະເຮັດໃຫ້ກິ່ນໃບກະເພົາເໝັນ
Share

Related

Recent Stories