ວິທີເຮັດໝູກອບໃຫ້ແຊບ

ວິທີເຮັດໝູກອບໃຫ້ແຊບ, ກອບນອກ, ນຸ້ມໃນ

ວິທີເຮັດໝູກອບໃຫ້ແຊບນັ້ນ ບໍ່ໄດ້ມີຂັ້ນຕອນທີ່ຍຸ່ງຍາກ ທຸກຄົນສາມາດເຮັດກິນເອງໄດ້ຢູ່ບ້ານ ພຽງແຕ່ກຽມວັດຖຸດິບ ແລະ ອຸປະກອນ ສຳລັບເຮັດໝູກອບໃຫ້ພ້ອມ

ວັດຖຸດິບສຳລັບເຮັດໝູກອບ

  • ຊີ້ນໝູສາມຊັ້ນ 2 ກິໂລແກຣມ
  • ເກືອ 1 ບ່ວງແກງ
  • ນ້ຳສົ້ມສາຍຊູ 1 ຖ້ວຍຊຸບ
  • ນ້ຳມັນພືດ 1 ຖ້ວຍແກງ
  • ນ້ຳສະອາດ  1 ລິດ

ວິທີເຮັດໝູກອບໃຫ້ແຊບ ແບບງ່າຍໆ

  1. ຕັ້ງໝໍ້ໃຊ້ໄຟປານກາງ ໃສ່ໝູສາມຊັ້ນລົງໄປ ແລະ ໃສ່ນ້ຳສະອາດໃຫ້ຖ້ວມຊີ້ນໝູ ຕົ້ມປະມານ 10-15 ນາທີ ຈາກນັ້ນໃຊ້ມີດບັ່ງໜັງໝູສາມຊັ້ນ
  2. ໄປແຊ່ໃນນ້ຳສົ້ມສາຍຊູ ປະມານ 20 ນາທີ ໃຊ້ສ້ອມຈິ້ມທີ່ໜັງໝູໃຫ້ທົ່ວ ເພື່ອໃຫ້ຄວາມຮ້ອນເຂົ້າເຖິງ ແລະ ສຸກໄວເມື່ອນຳໄປທອດ
  3. ຈາກນັ້ນທາເກືອໃສ່ປະມານ 1 ບ່ວງແກງທາໃຫ້ທົ່ວຊີ້ນໝູ ຖ້າໃສ່ຫຼາຍຈະເຮັດໃຫ້ເຄັມເກີນໄປ
  4. ຫຼັງຈາກນັ້ນນຳໄປອົບລົມຮ້ອນ ຫຼື ໃຊ້ໝໍ້ທອດໄຮ້ນ້ຳມັນ ແທນການຕາກແດດ ປະມານ 20 ນາທີ
  5. ອົບທີ່ຄວາມຮ້ອນສູງສຸດ ອົບໄປເລື່ອຍໆ ຈົນໜັງໝູກອບ
  6. ນຳໄປທອດໃນໝໍ້ ພິກກັບດ້ານ ເພື່ອໃຫ້ສຸກທົ່ວ ແລະ ໜັງໝູກອບຫຼາຍຂຶ້ນ
  7. ເມື່ອໝູເຫຼືອງກອບໜ້າກິນ ຍົກຂຶ້ນ ເພື່ອໃຫ້ນ້ຳມັນໄຫຼອອກ
Share

Related

Related Species

Recent Stories