ຂົ້ວຜັກກູດໃສ່ໜູບົດ

ວິທີເຮັດ ຂົ້ວຜັກກູດໃສ່ໝູບົດໄດ້ງ່າຍໆ

ໃບອ່ອນ ແລະ ຍອດໃຊ້ເປັນຜັກ, ໃບອ່ອນສົດນຳມາຕົ້ມ, ຂົ້ວ ຫຼື ຮັບປະທານສົດພ້ອມກັບຜັກອື່ນ ຫຼື ກິນສົດດ່ຽວໆກໍ່ໄດ້ ນອກນີ້ພືດຊະນິດນີ້ຍັງເປັນສະໝຸນໄພພື້ນບ້ານ ໃບນຳມາຕົ້ມເປັນຢາບຳລຸງກຳລັງສຳຫຼັບແມ່ຍິງຫຼັງເກີດ.

ວິທີເຮັດ ຂົ້ວຜັກກູດໃສ່ໝູບົດໄດ້ງ່າຍໆ ຕາມຂັ້ນຕອນຕໍ່ໄປນີ້:

ວັດຖຸດິບ ແລະ ເຄື່ອງປຸງ

  • ຜັກກູດ: ເລືອກສ່ວນຍອດອ່ອນໆ ນຳໄປລ້າງໃຫ້ສະອາດ
  • ໝູບົດ: ປະລິມານຕາມມັກ
  • ກະທຽມບົດ (ໃສ່ຫຼາຍຈະຫອມຫຼາຍ)
  • ໝາກເຜັດດິບ ຊອຍ ຫຼື ຕຳພໍຫຍາບ ຖ້າຕ້ອງການລົດເຜັດ 3-5 ໜ່ວຍ
  • ນ້ຳມັນຫອຍ 2 ບ່ວງແກງ
  • ເກືອ ½ ບ່ວງກາເຟ
  • ນ້ຳຕານ 1 ບ່ວງກາເຟ
  • ຜົງປຸງລົດ 1 ບ່ວງກາເຟ
  • ນ້ຳມັນພືດ ສຳລັບຜັດ ແລະ ນ້ຳສະອາດ ເລັກນ້ອຍ

ຂັ້ນຕອນການເຮັດ

  • ກຽມຜັກ: ນຳຜັກກູດທີ່ລ້າງສະອາດແລ້ວມາເດັດກຽມໄວ້ ບາງສູດແນະນຳໃຫ້ລວກຜັກກູດໃນນ້ຳເດືອດປະມານ 15 ວິນາທີ ແລ້ວນຳໄປແຊ່ນ້ຳເຢັນທັນທີ ເພື່ອໃຫ້ຜັກມີສີຂຽວສົດ ແລະ ກອບ ແຕ່ກໍສາມາດນຳໄປຂົ້ວສົດໄດ້ເລີຍ ຖ້າມັກຄວາມກອບແບບທຳມະຊາດ
  • ຂົ້ວເຄື່ອງຄຽງ: ຕັ້ງໝໍ້ໃສ່ນ້ຳມັນ ເປີດໄຟອ່ອນ ໃສ່ກະທຽມ (ແລະ ໝາກເຜັດ) ລົງໄປຂົ້ວຈົນເລີ່ມມີກິ່ນຫອມ
  • ຂົ້ວໝູ: ໃສ່ໝູບົດລົງໄປຂົ້ວຈົນສຸກ
  • ຂົ້ວຜັກ ແລະ ປຸງລົດຊາດ: ເພີ່ມໄຟແຮງຂຶ້ນເລັກນ້ອຍ ໃສ່ຜັກກູດລົງໄປ ຕາມດ້ວຍເຄື່ອງປຸງທັງໝົດ (ນ້ຳມັນຫອຍ, ຜົງປຸງລົດ, ນ້ຳຕານ, ເກືອ) ແລະ ເພີ່ມນ້ຳສະອາດເລັກນ້ອຍ ເພື່ອໃຫ້ຜັກສຸກ
  • ຂົ້ວທຸກຢ່າງໃຫ້ເຂົ້າກັນ ຈົນຜັກສຸກ (ຜັກກູດສຸກງ່າຍ ບໍ່ຄວນຜັດດົນເກີນໄປ ເພາະຈະໜັຽວ) ຫຼັງຈາກນັ້ນຕັກໃສ່ຈານ ພ້ອມຮັບປະທານ

ຂໍ້ຄວນລະວັງ: ຄວນປຸງແຕງຜັກກູດໃຫ້ສຸກກ່ອນຮັບປະທານສະເໝີ ເພາະການກິນແບບດິບອາດເຮັດໃຫ້ເຈັບທ້ອງ ຫຼື ຖອກທ້ອງໄດ້

Share

Recent Stories