ເຂົ້າໜຽວໝາກມ່ວງ

ມາແນະນໍາວິທີເຮັດ ເຂົ້າໜຽວໝາກມ່ວງ

ສ່ວນປະສົມ ແລະ ວັດຖຸດິບ ເຮັດເຂົ້າໜຽວໝາກມ່ວງງ່າຍໆກິນຢູ່ເຮືືອນໄດ້ດ້ວຍຕົວເອງ
ວັດຖຸດິບ

  • ກະທິ  1 ລິດ ແບ່ງອອກເປັນ 2 ຖ້ວຍ
  • ເກືອ 1/2 ຊ້ອນຊາ
  • ນໍ້າຕານ 1 ຖ້ວຍແຈ່ວ
  • ແປ້ງເຂົ້າເຈົ້າ 2 ຊ້ອນຊາ
  • ໝາກມ່ວງສຸກ (ຕາມຕ້ອງການ)
  • ໃບເຕີຍ

ເຮັດເຂົ້າໜຽວ

  • ລ້າງເຂົ້າໜຽວໃຫ້ສະອາດ ແລ້ວນໍາໄປແຊ່ນ້ຳໄວ້ 3 ຊົ່ວໂມງ
  • ຕັ້ງໝໍ້ຂຶ້ນເພື່ອນຶ້ງເຂົ້າໃຫ້ສຸກ (ປະມານ 20 ນາທີ)

ມູນເຂົ້າໜຽວ

  • ນຳກະທິ, ນ້ຳຕານ, ແລະ ເກືອ ມາປະສົມໃຫ້ເຂົ້າກັນ
  • ຕັ້ງໄຟອ່ອນ ແລະຄົນຈົນນ້ຳຕານລະລາຍ
  • ນຳເຂົ້າໜຽວສຸກມາໃສ່ຊາມ ແລ້ວເທນ້ຳກະທິລົງ
  • ຄົນໃຫ້ເຂົ້າກັນ ແລ້ວປິດຜ້າ ພັກໄວ້ 30 ນາທີ ໃຫ້ເຂົ້າໜຽວດູດກະທິ

ວິທີເຮັດນໍ້າກະທິ

  • ນຳກະທິ, ເກືອ, ແລະແປ້ງເຂົ້າເຈົ້າ ຕັ້ງໄຟອ່ອນ
  • ຄົນຕະຫຼອດຈົນກະທິໜາຂຶ້ນ ແລ້ວປິດໄຟ ປະໄວ້ໃຫ້ເຢັນ
  • ປອກໝາກມ່ວງສຸກ ຈັດໃສ່ຈານ
  • ເສີບຄູ່ກັບເຂົ້າໜຽວມູນ ແລະ ຮາດດ້ວຍນ້ຳກະທິ

ແຫຼ່ງຂໍ້ມູນ: Cooking 

Share

Recent Stories