ແນະນໍາວິທີ ແລະ ຂັ້ນຕອນໃນການເຮັດກະເພົາໝູກອບ
ວັດຖຸດິບ
- ໝູກອບ ຫັ່ນເປັນຕ່ອນພໍດີຄໍາ ຕາມໃຈມັກ
- ໃບກະເພົາ 2-3 ກ້ານ
- ກະທຽມ 3-5 ກີບ
- ໝາກເຜັດ (ຕາມມັກ)
- ນ້ຳມັນພືດ 1 ບ່ວງແກງ
- ນ້ຳມັນຫອຍ 1 ບ່ວງແກງ
- ນ້ຳຕານ 1 ບ່ວງກາເຟ
- ແປງນົວ 1 ບ່ວງກາເຟ
- ນໍ້າສະອາດ 1 ຖ້ວຍຊຸບ
ວິທີເຮັດ
- ຕຳກະທຽມ ແລະ ໝາກເຜັດໃຫ້ລະອຽດ
- ຕັ້ງໝໍ້ແລ້ວໃສ່ນ້ຳມັນ ໃຊ້ໄຟແຮງ
- ໃສ່ກະທຽມ-ໝາກເຜັດລົງໄປຂົ້ວໃຫ້ຫອມ
- ໃສ່ໝູກອບລົງໄປຂົ້ວ
- ປຸງລົດຊາດດ້ວຍ ນ້ຳມັນຫອຍ, ແປງນົວ ແລະ ນ້ຳຕານ
- ເພີ່ມນ້ຳສະອາດລົງໄປຂົ້ວໃຫ້ເຂົ້າກັນ
- ໃສ່ໃບກະເພົາລົງໄປ ແລ້ວຂົ້ວໃຫ້ເຂົ້າກັນ
- ຊິມລົດຊາດ ຖ້າໄດ້ຕາມໃຈມັກສາມາດຕັກໃສ່ຈານພ້ອມຮັບປະທານ
ເຄັດລັບ
- ຂົ້ວໃນໄຟແຮງ ຈະເຮັດໃຫ້ຫອມ ແລະ ແຊບ
- ຢ່າຂົ້ວໃບກະເພົາດົນ ເພາະຈະເຮັດໃຫ້ກິ່ນໃບກະເພົາເໝັນ