ມອນແກ້ວ ມະນີວັນ

ສວນໂກໂກ້ລາວ (Lao Cocoa Farm)

ສຳລັບ ມອນແກ້ວ ມະນີວັນ, ການເຮັດກະສິກຳບໍ່ແມ່ນພຽງແຕ່ວິທີຫາລາຍໄດ້ເທົ່ານັ້ນ. ແຕ່ມັນເປັນວຽກທີ່ມັກ ແລະ ເປັນເສັ້ນທາງໃຫ້ໄດ້ຮຽນຮູ້ ແລະ ພັດທະນາຕົນເອງ. ມອນແກ້ວ ມະນີວັນ ຊອກຫາພືດທີ່ສາມາດສ້າງລາຍໄດ້ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ຫຼັງຈາກຄົ້ນຄວ້າຂໍ້ມູນພືດຫຼາຍຊະນິດຜ່ານອິນເຕີເນັດ ຈຶ່ງໄດ້ຮູ້ຈັກຕົ້ນໂກໂກ້. ລາວເລືອກປູກໂກໂກ້ ເພາະເຫັນວ່າປູກງ່າຍ, ໃຫ້ຜົນໄວ, ສາມາດໃຫ້ໝາກໄດ້ຕະຫຼອດປີ ແລະ ສາມາດໃຫ້ຜົນຜະລິດໄດ້ຫຼາຍປີ.

ໃນປີ 2022, ບໍລິສັດແຫ່ງໜຶ່ງໄດ້ຊຸກຍູ້ໃຫ້ຊາວກະສິກອນໃນເມືອງແກ້ວອຸດົມ, ແຂວງວຽງຈັນ ຫັນມາປູກໂກໂກ້ແບບມີສັນຍາຮັບຊື້ໝາກໂກໂກ້ທີ່ຜະລິດໄດ້. ມອນແກ້ວເຫັນວ່ານີ້ເປັນໂອກາດທີ່ດີ ຈຶ່ງໄດ້ຊື້ເບ້ຍໂກໂກ້ຈໍານວນ 600 ຕົ້ນຈາກບໍລິສັດ ເພື່ອເລີ່ມສ້າງສວນຂອງຕົນເອງ.

ແຕ່ການເລີ່ມຕົ້ນບໍ່ໄດ້ງ່າຍ. ເນື່ອງຈາກລາວບໍ່ເຄີຍຜ່ານການຝຶກອົບຮົມດ້ານກະສິກຳຢ່າງເປັນທາງການ, ລາວຈຶ່ງຕ້ອງຮຽນຮູ້ຈາກປະສົບການຈິງ ແລະ ຍັງພົບກັບຫຼາຍບັນຫາ ທັງການດູແລຕົ້ນໂກໂກ້, ການຄວບຄຸມແມງໄມ້ ແລະ ພະຍາດ, ລວມເຖິງການຈັດການໝາກໂກໂກ້ຫຼັງການເກັບກ່ຽວ ເຊັ່ນ ການໝັກ, ການຕາກແຫ້ງ ແລະ ການເກັບຮັກສາ. ນອກນັ້ນ, ລາວຍັງຕ້ອງຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ຕໍ່ມາ, ມອນແກ້ວໄດ້ຮັບຂ່າວວ່າ ບໍລິສັດທີ່ເຄີຍຮັບປາກວ່າຈະຮັບຊື້ໂກໂກ້ໄດ້ປະກາດລົ້ມລະລາຍ. ນີ້ເຮັດໃຫ້ບໍ່ສາມາດຂາຍໂກໂກ້ຄືນໃຫ້ບໍລິສັດໄດ້. ແຕ່ລາວບໍ່ຍອມແພ້. ລາວເລືອກທີ່ຈະຮັກສາຕົ້ນໂກໂກ້ໄວ້ ແລະ ຕັ້ງໃຈຮຽນຮູ້ວິທີດູແລຕົ້ນໂກໂກ້ໃຫ້ດີຂຶ້ນ.

ໃນປີ 2024, ສະຫະກອນຜູ້ຜະລິດໂກໂກ້ລາວ (Lao Cocoa Producer Cooperative) ໄດ້ເຂົ້າມາຊ່ວຍເຫຼືອດ້ານການພັດທະນາທັກສະ ໂດຍສະເພາະການຕັດແຕ່ງກິ່ງ, ການຈັດການສວນ, ການໝັກ ແລະ ການຕາກແຫ້ງເມັດໂກໂກ້. ຈາກການຮຽນຮູ້ເທື່ອລະໜ້ອຍ ຄວາມໝັ້ນໃຈຂອງລາວກໍເພີ່ມຂຶ້ນ. ດ້ວຍຄວາມອົດທົນ ແລະ ພາກພຽນ, ມອນແກ້ວໄດ້ຂະຫຍາຍສວນຈາກເບ້ຍໂກໂກ້ 600 ຕົ້ນໃນຕອນເລີ່ມຕົ້ນ ເປັນ 800 ຕົ້ນ ແລະ ໄດ້ສ້າງ ສວນລາວໂກໂກ້ ຂອງຕົນເອງຂຶ້ນ.

ເລື່ອງລາວຂອງມອນແກ້ວສະແດງໃຫ້ເຫັນວ່າ ບາງຄັ້ງ ກ້າວທຳອິດທີ່ສຳຄັນທີ່ສຸດ ຄືການກ້າລອງສິ່ງໃໝ່. ປະສົບການຂອງລາວສາມາດເປັນແຮງບັນດານໃຈໃຫ້ຊາວກະສິກອນຄົນອື່ນໆ ກ້າຊອກຫາໂອກາດໃໝ່ໆ, ຮຽນຮູ້ຈາກບັນຫາ ແລະ ເຊື່ອໝັ້ນໃນຄວາມສາມາດຂອງຕົນເອງ.

Short Bio

Full name:

ມອນແກ້ວ ມະນີວັນ

Date of Birth:

Place of Birth:

Current Residence:

Education:

Current Profession:

ເຈົ້າຂອງສວນ ລາວໂກໂກ້

Motto:

Share

Recent Champions