ຕໍາເຂົ້າປຸ້ນ

ເປັນອາຫານທີ່ຜູກພັນ ແລະ ຄົນນິຍົມເຮັດກິນ

ຕໍາເຂົ້າປຸ້ນ

ວັດຖຸດິບ

  • ເຂົ້າປຸ້ນ 1-2 ຫົວ
  • ໝາກເຜັດແຫ້ງ 3-5 ໜ່ວຍ
  • ເຜັດດິບ 2-3 ໜ່ວຍ
  • ກະທຽມ 2 ກີບ
  • ໝາກນາວ ຕາມມັກ
  • ນ້ຳປາ 1 ບ່ວງຊາ
  • ນ້ຳຕານເລັກໜ້ອຍ
  • ຜົງປຸງລົດ 1 ບ່ວງຊາ
  • ປາແດກ 1 ບ່ວງແກງ (ຖ້າມັກ)
  • ໝາກເລັ່ນນ້ອຍ 1-2 ນ່ວຍ
  • ໝາກກອກ 1 ໜ່ວຍ

ວິທີເຮັດ

  1. ໃສ່ ໝາກເຜັດແຫ້ງ, ເຜັດດິບ, ກະທຽມ ລົງຄົກ ແລ້ວຕໍາໃຫ້ແຫຼກ.
  2. ໃສ່ໝາກກອກ, ໝາກເລັ່ນ ຕໍາພໍແຕກ.
  3. ປຸງດ້ວຍ ປາແດກ, ນ້ຳປາ, ນ້ຳໝາກນາວ ແລະ ນ້ຳຕານ.
  4. ໃສ່ ເຂົ້າປຸ້ນ ລົງໄປ ແລ້ວຕໍາຄົນໃຫ້ເຄື່ອງປຸງເຂົ້າທົ່ວເສັ້ນ.
  5. ຊີມໃຫ້ໄດ້ລົດ ທີ່ຕ້ອງການ.
  6. ຕັກໃສ່ຈານ ແລະ ກິນຄູ່ກັບຜັກສົດ.

ເຄັດລັບ: ຢ່າຕໍາເຂົ້າປຸ້ນແຮງເກີນໄປ ເພາະເສັ້ນຈະຂາດ. ຕໍາເບົາໆ ແລະ ຄົນໃຫ້ເຄື່ອງປຸງເຂົ້າກັນຈະແຊບກວ່າ.

Share

Recent Stories