ຕໍາໝ້ຽງ ແມ່ນອາຫານພື້ນບ້ານລາວຊະນິດໜຶ່ງ ທີ່ນໍາຫົວສີໃຄ ມາຕໍາປຸງລົດຊາດກັບສ່ວນປະກອບອື່ນໆ ເຊັ່ນ ໝາກເຜັດ, ກະທຽມ, ເກືອ ແລະ ສະໝຸນໄພ ຕາມສູດຂອງແຕ່ລະທ້ອງຖິ່ນ.
ວິທີຕໍາໝ້ຽງ
ສ່ວນປະກອບ
- ຫົວສີໃຄ 3 ກໍາມື
- ໝາກເຜັດດິບ 3-5 ໜ່ວຍ
- ກະທຽມ 2-3 ກີບ
- ເກືອ 1/4 ບ່ວງຊາ
- ຜົງປຸງລົດ 1/2 ບ່ວງຊາ
- ນໍ້າຕານ 1/2 ບ່ວງຊາ
- ກະປິ 1/4 ບ່ວງຊາ
- ປາແດກ 1-2 ບ່ວງແກງ
- ນ້ຳມະນາວ ຫຼື ໝາກຂາມປຽກ ຕາມມັກ
- ໝາກເຂືອ 3-5 ໜ່ວຍ (ໃສ່ຫຼືບໍ່ໃສ່ກໍໄດ້)
- ໝາກເດື່ອ
- ຜັກຫອມຕາມມັກ
- ຜັກອີເລີດ
- ໝາກຖົ່ວພູ
- ຜັກກະຖິນ
ວິທີເຮັດ
- ລ້າງຫົວສີໃຄໃຫ້ສະອາດ ແລ້ວຊອຍເປັນຕ່ອນນ້ອຍ ເພື່ອງ່າຍໃນການຕໍາໃຫ້ລະອຽດ.
- ຈາກນັ້ນໃສ່ໝາກເຜັດ ແລະ ກະທຽມລົງຄົກ ຕໍາໃຫ້ແຫຼກຄົນໃຫ້ເຂົ້າກັນ.
- ເຕີ່ມເກືອ, ຜົງປຸງລົດ, ນໍ້າປາ, ກະປິ ແລະ ນ້ຳມະນາວ/ໝາກຂາມປຽກ ແລ້ວຕໍາໃຫ້ເຂົ້າກັນອີກຄັ້ງ.
- ຊິມໃຫ້ໄດ້ລົດ ເຄັມ + ເຜັດ + ສົ້ມ + ຫອມ ຕາມມັກ.
- ຕັກໃສ່ຈານ ແລ້ວສາມາດກິນກັບຜັກທີ່ກຽມໄວ້.