October 15, 2026

ປະຈຳເດືອນເປັນປະກົດການທຳມະຊາດທີ່ເກີດຂຶ້ນຕາມປົກກະຕິໃນເພດຍິງ. ຮອບເດືອນຂອງຜູ້ທີ່ມີຮອບເດືອນປົກກະຕິມີຄ່າສະເລ່ຍປະມານ 28 ວັນ. ໃນໄວລຸ້ນ ມັກພົບອາການປວດປະຈຳເດືອນ ເຊິ່ງເປັນອາການທີ່ພົບໄດ້ເລື້ອຍໆ ໂດຍມີລາຍງານວ່າພົບໄດ້ປະມານ 25–90% ອາການມັກຈະຮຸນແຮງຫຼາຍໃນໄລຍະ 2 ວັນທຳອິດຂອງການມີປະຈຳເດືອນ ສາເຫດທີ່ພົບໄດ້ເລື້ອຍຂອງອາການປວດປະຈຳເດືອນ ແມ່ນການທີ່ເຍື່ອຫຸມມົດລູກສ້າງສານໂພຣສຕາແກລນດິນ (Prostaglandins) ຫຼາຍເກີນໄປ. ສານດັ່ງກ່າວກະຕຸ້ນໃຫ້ກ້າມຊີ້ນມົດລູກບີບຕົວ ເຮັດໃຫ້ເກີດອາການປວດບີບບໍລິເວນທ້ອງນ້ອຍ.
ນອກຈາກນີ້ ຍັງອາດມີອາການຜິດປົກກະຕິອື່ນໆຮ່ວມດ້ວຍ ເຊັ່ນ:
ປວດຂາ
ປວດຫຼັງ
ປວດຫົວ
ຮູ້ຈັກ 5 ສະໝຸນໄພທີ່ຊ່ວຍບັນເທົາອາການປວດປະຈຳເດືອນ
1. ຂີງ (ນ້ຳຂີງ)
ຂີງມີລົດຊາດເຜັດເລັກນ້ອຍ, ຖືກນໍາໃຊ້ທົ່ວໄປໃນຮູບແບບແຫ້ງ ແລະ ດິບ ມີສານສຳຄັນທີ່ອາດຊ່ວຍຫຼຸດການສ້າງສານໂພຣສຕາແກລນດິນ (Prostaglandin) ເຊິ່ງມີສ່ວນກ່ຽວຂ້ອງກັບການບີບເກັງຂອງມົດລູກ. ມີການສຶກສາບາງສ່ວນພົບວ່າ ຂີງອາດຊ່ວຍບັນເທົາອາການປວດປະຈຳເດືອນໄດ້ ໂດຍມີປະສິດທິພາບໃກ້ຄຽງກັບຢາແກ້ປວດກຸ່ມ NSAIDs ໃນບາງການສຶກສາ. ຜົງຂອງຂີງມີປະສິດທິພາບຮັກສາອາການແຊກຊອນ ຫຼັງງການຜ່າຕັດ.
2. ຂີ້ໝິ້ນ
ການກິນຂີ້ໝິ້ນປະສົມກັບເກືອ 3 ຄັ້ງຕໍ່ວັນຈະຊ່ວຍບັນເທົາອາການທ້ອງອືດ ແລະ ອາການເຈັບເນື່ອງຈາກທ້ອງອືດໄດ້, ການຫັ່ນເຫງົ້າຕາກແດດກິນທຸກວັນ 3 ແຜນຈະຊ່ວຍບັນເທົາອາການຂອງກະເພາະໄດ້. ຂີ້ໝິ້ນປະສົມກັບໝາກນາວຊ່ວຍຮັກສາອາການເນື້ອເນົ່າ ແລະ ຮອຍຝົກຊ້ຳ, ການກິນຂີ້ໜິ້ນປະສົມກັບນ້ຳຕານແດງ ແລະ ນ້ຳມ່າເຂົ້າ ຈະຊ່ວຍຮັກສານິ້ວໃນພົກຍ່ຽວ, ຂີ້ໝິ້ນປະສົມນ້ຳໝາກຂາມປ້ອມ ແລະ ນ້ຳເຜິ້ງ ຊ່ວຍບັນເທົາການຕິດເຊື້ອທາງປັດສະຫວະໄດ້.
3.ຜັກປັງ
ຜັກປັງນຳມາຕົ້ມຮັບປະທານເປັນອາຫານຈະຊ່ວຍແກ້ອາການຖອກທ້ອງໄດ້, ໃບນຳມາຕຳໃຊ້ເປັນຢາແກ້ຂີ້ກາກ, ເຮື້ອນ, ຜື່ນຄັນ ແລະ ຝີ. ຍອດອ່ອນນຳມາແກງ ຫຼື ໃສ່ຕົ້ມໄກ່ຮັບປະທານເປັນຢາບຳລຸງເລືອດລົມສຳລັບຄົນໜ້າຈືດເລືອດລົມບໍ່ດີ.
4.ຫົວສີໄຄ
ນຳຫົວສີໄຄສົດມາຊອຍ ແລ້ວຕາກໃຫ້ແຫ້ງ ໃຊ້ປະມານ 1 ກຳມື ຊົງກັບນ້ຳຮ້ອນ ແລ້ວດື່ມກ່ອນ ຫຼື ໃນຊ່ວງມີປະຈຳເດືອນ. ຕາມການໃຊ້ສະໝຸນໄພພື້ນບ້ານ ຫົວສີໄຄຊ່ວຍຂັບລົມ ແລະ ຊ່ວຍບັນເທົາອາການໄດ້.
5. ເກັກຮວຍດອກເຫຼືອງ
ໃຊ້ດື່ມແກ້ອາການຂາດນ້ຳ, ເພີ່ມຄວາມສົດຊື່ນ, ຊ່ວຍກຳຈັດສານພິດອອກຈາກຮ່າງກາຍ ແລະ ຊ່ວຍຂັບເຫື່ອ, ຊ່ວຍບຳລຸງເລືອດ ແລະ ຊ່ວຍເພີ່ມການໄຫຼ່ວຽນຂອງເລືອດ.
ແຫຼ່ງຂໍ້ມູນ: ມະຫາວິທະຍາໄລມະຫິດົນ


