ໜຶ້ງອ່ອງປູນາ

ເປັນອາຫານພື້ນບ້ານ ທີ່ສືບທອດຈາກຄວາມຮູ້ຂອງຄົນຮຸ່ນສູ່ຮຸ່ນ

ໜຶ້ງອ່ອງປູນາ ເປັນອາຫານພື້ນບ້ານທີ່ນຳປູນາຈາກທ້ອງຖິ່ນມາປຸງກັບເຄື່ອງສະໝຸນໄພ ແລ້ວໜຶ້ງໃຫ້ສຸກ ເປັນເມນູທີ່ແຊບ, ເຮັດງ່າຍ ແລະ ສະທ້ອນເຖິງພູມປັນຍາດ້ານອາຫານຂອງຊຸມຊົນ.
ວິທີເຮັດໜຶ້ງອ່ອງປູນາ

ວັດຖຸດິບ

  • ປູນາ 500 ກຣາມ
  • ຫົວສີໃຄ 2-3 ຫົວ
  • ຫອມບົ່ວ 2-3 ຫົວ
  • ຫອມປ້ອມ 2-3 ຕົ້ນ
  • ໝາກເຜັດ  ຕາມມັກ
  • ເກືອ 1/2 ບ່ວງຊາ
  • ຜົງປຸງລົດ 1 ບ່ວງຊາ
  • ໝາກເຜັດດິບ 2-3 ໜ່ວຍ

ຂັ້ນຕອນ

  1. ລ້າງປູນາ ໃຫ້ສະອາດ ແລ້ວແຍກສ່ວນກະດອງ/ອ່ອງປູອອກ.
  2. ນຳອ່ອງປູມາ ຕຳ ຫຼື ບົດໃຫ້ລະອຽດ.
  3. ຕຳຫົວສີໃຄ, ຊອຍຫອມບົ່ວ, ກະທຽມ ແລະ ໝາກເຜັດດິບ.
  4. ນຳສ່ວນປະສົມທັງໝົດມາຄົນກັບອ່ອງປູ ແລ້ວປຸງລົດດ້ວຍເກືອ ແລະ ຜົງປຸງລົດ.
  5. ຕັກສ່ວນປະສົມທີ່ກຽມໄວ້ແລ້ວນັ້ນມາໃສ່ໃນອອງປູ.
  6. ແລ້ວນຳໄປ ໜຶ້ງໃນໝໍ້ໜຶ້ງປະມານ 15-20 ນາທີ ຫຼື ຈົນສຸກດີ.
  7. ຮັບປະທານກັບເຂົ້າຮ້ອນໆ.
Share

Recent Stories